ບັນດາເຂດອຸດສາຫະກຳໜູນຊ່ວຍປະກອບສ່ວນຫັນປະເທດເປັນອຸດສາຫະກຳ-ທັນສະໄໝ

ບັນດາເຂດອຸດສາຫະກຳໜູນຊ່ວຍປະກອບສ່ວນຫັນປະເທດເປັນອຸດສາຫະກຳ-ທັນສະໄໝ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ລົງສຳ​ຫຼວດ​ຕົວຈິງເຂດ​ອຸດສາຫະກຳ​ໜູນ​ຊ່ວຍ​
ໃນ​ບໍລິ​ເວນ​ເມືອງ ຟູ໋ຊວຽນ, ຮ່າ​ໂນ້ຍ
)

(vovworld) – ​ບັນດາ​ເຂດ​ອຸດ​ສາ​ຫະກຳ​ໜູນ​ຊ່ວຍ​ປະກອບສ່ວນ​ຫັນ​ປະ​ເທດ​​ເປັນ​ອຸດສາຫະກຳ -​ ທັນ​ສະ​ໄໝ - ​ນີ້ແມ່ນ​ຄຳ​ຢັ້ງຢືນ​ຂອງ​ທ່ານ​ປະທານ​ປະ​ເທດ ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໃນ​ການລົງ​ສຳ​ຫຼວດຕົວຈິງ​ເຂດ​ອຸດສາຫະກຳ​ໜູນ​ຊ່ວຍ​ໃນ​ບໍລິ​ເວນ​ເມືອງ ຟູ໋ຊວຽນ, ຮ່າ​ໂນ້ຍ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ ​ເລື່ອງ​ສ້າງ​ຕັ້ງ​ບັນດາ​ເຂດ​ອຸດສາຫະກຳ​ໜູນ​ຊ່ວຍ​ແມ່ນ​ແຜນ​ນະ​ໂຍບາຍ​ຢ່າງ​ຖືກຕ້ອງ​ຂອງ​ພັກ ​ແລະ ລັດ, ​ແມ່ນ​ພື້ນຖານ​ສຳຄັນ​ຊຸກຍູ້​ອຸດສາຫະກຳ​ຜະລິດ, ນຳ ຫວຽດນາມ ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນ​ຖານ. ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ້​ບັນດາ​​ເຈົ້າຂອງ​ລົງທຶນ, ບັນດາ​ຄະນະ , ຂະ​ແໜງ​ການ​ໃນນະຄອນ ຮ່າ​ໂນ້ຍ ໜູນ​ຊ່ວຍ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ, ປະກາດ​ໃຊ້​ບັນດາ​ກົນ​ໄກ​ນະ​ໂຍບາຍ​ຢ່າງ​ທັນ​ການ​ໂດ​ຍ​ໄວ, ສ້າງ​ກົນ​ໄກ​ອຳນວຍຄວາມສະດວກ​ເພື່ອ​ດຶງ​ດູດ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ລົງທຶນ​ເຂົ້າ ຫວຽດນາມ.

    ​ເຂດ​ອຸດສາຫະກຳ​ໜູນ​ຊ່ວຍ​ທາງ​ທິດ​ໃຕ້ ຮ່າ​ໂນ້ຍ ​ແມ່ນ​ໜຶ່ງ​ໃນ​ບັນດາ​​ໂຄງການ​ສຳຄັນ​ນອນ​ໃນ​ບັນດາ​ແຜນ​ສັງ​ລວມພັດທະນາ​ອຸດສາຫະກຳ​ຂອງ​ທົ່ວ​ປະ​ເທດ ​ແລະ ​ແຜນ​ພັດທະນາ​ເສດ​ຖະກິດ ສັງຄົມ​ຂອງ ຮ່າ​ໂນ້ຍ ຮອດ​ປີ 2020, ກຳນົດ​ທິດ​ຮອດ​ປີ 2030. ນີ້​ແມ່ນ​​ໂຄງການ​​ເຂດອຸດສາຫະກຳລວມສູນ​ໃຫ້​ຂະ​ແໜງ​ໜູນ​ຊ່ວຍ​ທຳ​ອິດ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ, ມີ​ຂອບ​ຂະໜາ​ດ 640 ha, ກຳນົດ​ທິດ​ຈະ​ເປີດ​ກ້ວາງ 2000 ha. ​ໂຄງການ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ວິ​ສາ​ຫະກິດ​ຂະໜາດ​​ໃຫຍ່, ນ້​ອຍ 3000 ​ແຫ່ງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ສ້າງ​ວຽກ​​ເຮັດ​ງານ​ທຳ​​ໃຫ້ຄົນງານ​ກ່ວາ 300.000 ຄົນ.  ພິ​ເສດ, ​ໂຄງການ​ນີ້ ຈະ​ສ້າງ​ລັກສະນະ​ແຜ່​ລາມ​ເຂດ​ອຸດສາຫະກຳ​ລົງເລິກ ດ້ວຍ​ອຸດສາຫະກຳ​ໜູນ​ຊ່ວຍ​ທຳ​ອິດ​ຢູ່ ຫວຽດນາມ​ ​ເວົ້າ​ສະ​ເພາະ ​ແລະ ສ້າງ​ຕັ້ງ​ການ​ພັດທະນາ​ບັນດາ​ເຂດ​ອຸດສາຫະກຳ​ໜູນ​ຊ່ວຍ​ຂອງ ຫວຽດນາມ ​ເວົ້າ​ລວມ.

ຂ່າວ/ບົດ​ອື່ນ