ບັນດາເຈົ້າຄອງໃນໂລກຮຽກຮ້ອງການນຳ G20 ໃຫ້ຄຳໝັ້ນສັນຍາຕ້ານການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ວັນທີ 26 ມິຖຸນາ, ເຈົ້າຄອງຂອງນະຄອນຕ່າງໆໃນທົ່ວໂລກນັບສິບທ່ານ ຮຽກຮ້ອງບັນດາການນຳກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ຮັກສາຄຳໝັ້ນສັນຍາຕ້ານການປ່ຽນແປງຂອງດິນຟ້າອາກາດ
ບັນດາເຈົ້າຄອງໃນໂລກຮຽກຮ້ອງການນຳ G20 ໃຫ້ຄຳໝັ້ນສັນຍາຕ້ານການປ່ຽນແປງຂອງດິນຟ້າອາກາດ - ảnh 1 (ພາບປະກອບ)

ໃນຖະແຫຼງການທີ່ໄດ້ສົ່ງເຖິງວົງການສື່ມວນຊົນຖ່າຍຖອດສົດຜ່ານທາງເຄືອຂ່າຍອິນເຕີແນັດ, ກຸ່ມ (C40) ລວມມີບັນດາເຈົ້າຄອງຂອງນະຄອນໃຫຍ່ຕ່າງໆໃນໂລກ, ໃນນັ້ນມີບັນດານະຄອນຫລວງ Washington (ອາເມລິກາ), Berlin (ເຢຍລະມັນ), Paris (ຝະລັ່ງ), Tokyo (ຍີ່ປຸ່ນ), Sydney (ອົດສະຕາລີ) ກະຕຸກຊຸກຍູ້ບັນດາການນຳ G20 ເປັນຕົວແທນໃຫ້ສາມັນຊົນນັບຮ້ອຍລ້ານຄົນ ຮັກສາຄຳໝັ້ນສັນຍາຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເຊິ່ງແມ່ນໜຶ່ງໃນບັນດາບັນຫາຮີບເຮັ່ງທີ່ສຸດຂອງໂລກໃນປະຈຸບັນ. ຖະແຫຼງການເນັ້ນໜັກວ່າ “ສິ່ງສຳຄັນ   ກ່ວາເວລາໃດໝົດ ແມ່ນຄວາມຳຕັດສິນໃຈຂອງການນຳ 19 ທ່ານທີ່ຍັງເຫລືອຢູ່ກອງປະຊຸມສຸດຍອດ G20 ຈະມາເຖິງ ໃນຄວາມມານະພະຍາຍາມປົກປັກຮັກສາອະນາຄົດຂອງໜ່ວຍໂລກພວກເຮົາ” ໃນສະພາວະວັນທີ 01 ມິຖຸນາ ປະທານາທິບໍດີ ອາເມລິກາ Donald Trump  ປະກາດຂໍ້ຕົກລົງຖອນປະເທດນີ້ອອກຈາກສັນຍາ Paris ກ່ຽວກັບຕ້ານການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ