ບັນດາເຈົ້າໜ້າທີ່ຂັ້ນສູງ APEC ຈະເຂົ້າຮ່ວມກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບໂຄວິດ-19

(VOVWORLD) -ກອງປະຊຸມຈະດຳເນີນໃນວັນທີ 27 ພຶດສະພາ ຈະມາເຖິງ
ບັນດາເຈົ້າໜ້າທີ່ຂັ້ນສູງ APEC ຈະເຂົ້າຮ່ວມກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບໂຄວິດ-19 - ảnh 1(ພາບປະກອບ: THX/TTXVN)

ວັນທີ 21 ພຶດສະພາ, ກະຊວງການຄ້າ ແລະ ອຸດສາຫະກຳມາເລເຊຍ ໄດ້ແຈ້ງໃຫ້ຊາບວ່າ, ປະເທດນີ້ຈະເປັນເຈົ້າພາບຈັດກອງປະຊຸມທາງອອນລາຍບັນດາເຈົ້າໜ້າທີ່ຂັ້ນສູງຂອງເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC). ກອງປະຊຸມຈະດຳເນີນໃນວັນທີ 27 ພຶດສະພາ ຈະມາເຖິງ, ໂດຍສຸມໃສ່ເຂົ້າໃນການປະຕິບັດຖະແຫຼງການຂອງບັນດາລັດຖະມົນຕີກະຊວງການຄ້າ APEC ກ່ຽວກັບໂລກລະບາດໂຄວິດ-19, ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງການຟື້ນຟູເສດຖະກິດ, ໃນຂະນະທີ່ຮັບປະກັນບັນດາຄວາມມານະພະຍາຍາມໃນປະຈຸບັນ ເພື່ອແນໃສ່ຫຼຸດຜ່ອນບັນດາຜົນກະທົບດ້ານການແພດຂອງໂລກລະບາດ, ສືບຕໍ່ນຳມາເຊິ່ງໝາກຜົນຕັ້ງໜ້າຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ