ບັນ​ດາ​ເຫ​ດການ​ກິລາ​ພົ້ນ​ເດັ່ນ​ຂອງຫວຽດນາມ ​ໃນ​ປີ 2019

(VOVWORLD) -ໃນບັນດາເຫດການກິລາທີ່ພົ້ນເດັ່ນໃນປີ 2019 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກນັ້ນ ແມ່ນຕ້ອງເວົ້າເຖິງໄຊະຊະນະຄັ້ງປະຫວັດສາດຂອງຄະນະນັກກິລາຫວຽດນາມໃນງານມະຫາກໍາກິລາ Sea Games ຄັ້ງທີ 30. 
ບັນ​ດາ​ເຫ​ດການ​ກິລາ​ພົ້ນ​ເດັ່ນ​ຂອງຫວຽດນາມ ​ໃນ​ປີ 2019 - ảnh 1ທິມນັກກິລາບານເຕະຊາຍຫວຽດນາມ ຍາດໄດ້ຫຼຽນຄໍາໃນ Sea Games ຄັ້ງທີ 30 (ພາບ: TTXVN)

 ດ້ວຍຈໍານວນຫຼຽນຄໍາ 98 ຫຼຽນ, ຫຼຽນເງິນ 85 ຫຼຽນ ແລະ ຫຼຽນທອງ 105 ຫຼຽນ, ຄະນະນັກກິລາຫວຽດນາມ ໄດ້ບັນລຸລື່ນກາຍຄາດໝາຍທີ່ໄດ້ວາງອອກ, ຢືນອັນດັບທີ 2 ໃນຕາຕະລາງຈັດອັນດັບ, ຖັດຈາກ ປະເທດເຈົ້າພາບຟີລິບປິນ. ຈຸດພົ້ນເດັ່ນຂອງຂົງເຂດກິລາຫວຽດນາມຢູ່ Sea Games ຄັ້ງທີ 30 ແມ່ນ ທິມນັກກິລາບານເຕະທັງຍິງ ແລະ ຊາຍລ້ວນແຕ່ໄດ້ຫຼຽນຄໍາ. ເຫດການກິລາພົ້ນເດັ່ນທີ 2 ຂອງຫວຽດນາມໃນປີ 2019 ແມ່ນ, ຄະນະນັກກິລາຫວຽດນາມ ໄດ້ເຂົ້າໃນ Top 8 ທິມບານເຕະເກັ່ງທີ່ສຸດຂອງ ອາຊີ ແລະ ພວມນໍາໜ້າໃນການແຂ່ງຂັນຮອບຄັດເລືອກ World Cup 2020. ອີກເຫດການໜຶ່ງ ນັ້ນແມ່ນ ໃນປີ 2019, ຄະນະນັກກິລາ Futsal ຫວຽດນາມ ໄດ້ເຂົ້າຮອບແຂ່ງຂັນຊີງຊະນະເລີດ Futsal ອາຊີ 2020.


ຕອບກັບ

ຂ່າວ/ບົດ​ອື່ນ