ບັນດາ​ແຂວງ​ທາງ​ພາກ​ກາງ​ຫວຽດນາມ ປະ​ຕິບັ​ດຂໍ້​ສະ​ເໜີ​ແນະ​ຂອງ EC ​ໃນ​ການ​ຈັບຫາ​ສິນ​ທະ​ເລ​ຢ່າງ​ເຂັ້ມ​ງວດ

(VOVWORLD) -ຄະນະປະຕິບັດງານຂອງກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມໄດ້ລົງໄປກວດກາວຽກງານຜັນຂະຫຍາຍການປະຕິບັດຂໍ້ກໍານົດກ່ຽວກັບການເຄື່ອນໄຫວຈັບຫາປາ, ຫາສິນທະເລ ຕາມຂໍ້ສະເໜີແນະຂອງຄະນະກໍາມະການເອີຣົບ (EC) ຢູ່ບັນດາແຂວງ ກວ໋າງຫງາຍ, ກວ໋າງນາມ ແລະ ນະຄອນດ່າໜັງ.
ບັນດາ​ແຂວງ​ທາງ​ພາກ​ກາງ​ຫວຽດນາມ ປະ​ຕິບັ​ດຂໍ້​ສະ​ເໜີ​ແນະ​ຂອງ EC ​ໃນ​ການ​ຈັບຫາ​ສິນ​ທະ​ເລ​ຢ່າງ​ເຂັ້ມ​ງວດ - ảnh 1ກໍ່າປັ່ນທຸກລໍາທີ່ຫາປາຢູ່ນອກຝັ່ງທະເລແຕ່ 15 ແມັດຂຶ້ນໄປ ລ້ວນແຕ່ໄດ້ຕິດຕັ້ງອຸປະກອນຕິດຕາມກວດກາການຈັບຫາປາຕາມຂໍ້ກໍານົດຂອງກົດໝາຍວ່່າດ້ວຍສິນໃນນໍ້າ ແລະ ດໍາລັດຂອງລັດຖະບານ  

        ໃນລະຫວ່າງວັນທີ 14 – 15 ກຸມພາ, ຄະນະປະຕິບັດງານຂອງກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ຟຸ່ງດຶກຕ໊ຽນ ນໍາໜ້າ ໄດ້ລົງໄປກວດກາວຽກງານຜັນຂະຫຍາຍການປະຕິບັດຂໍ້ກໍານົດກ່ຽວກັບການເຄື່ອນໄຫວຈັບຫາປາ, ຫາສິນທະເລ ຕາມຂໍ້ສະເໜີແນະຂອງຄະນະກໍາມະການເອີຣົບ (EC) ຢູ່ບັນດາແຂວງ ກວ໋າງຫງາຍ, ກວ໋າງນາມ ແລະ ນະຄອນດ່າໜັງ. ຢູ່ແຂວງກວ໋າງນາມ, ເພື່ອຍົກເລີກບັດເຫຼືອງ ຂອງຄະນະກໍາມະການເອີຣົບ (EC) ໃຫ້ໄວທີ່ສຸດ, ທາງແຂວງ ໄດ້ເພີ່ມທະວີວຽກງານໂຄສະນາ, ຍົກສູງຄວາມຮັບຮູ້ຂອງຊາວປະມົງກ່ຽວກັບການຈັບຫາສິນທະເລຢ່າງມີຄວາມຮັບຜິດຊອບ. ທ່ານ ໂງເຕິ໊ນ, ຮອງຫົວໜ້າພະແນກກະສິກໍາ ແລະ ພັດທະນາຊົນນະບົດແຂວງກວ໋າງນາມ, ໃຫ້ຮູ້ວ່າ:

        “ກໍ່າປັ່ນທຸກລໍາທີ່ຫາປາຢູ່ນອກຝັ່ງທະເລແຕ່ 15 ແມັດຂຶ້ນໄປ ລ້ວນແຕ່ໄດ້ຕິດຕັ້ງອຸປະກອນຕິດຕາມກວດກາການຈັບຫາປາຕາມຂໍ້ກໍານົດຂອງກົດໝາຍວ່່າດ້ວຍສິນໃນນໍ້າ ແລະ ດໍາລັດຂອງລັດຖະບານ ແລະ ກໍ່າປັ່ນຫາປາທຸກລໍາຢູ່ແຂວງກວ໋າງນາມ ຕ້ອງປະຕິບັດຕາມຂໍ້ກໍານົດຂອງກົດໝາຍກ່ຽວກັບການກວດກາ ແລະ ລົງທະບຽນ, ມີໃບອະນຸຍາດຈັບຫາປາ, ລົງທະບຽນສະມາຊິກລູກເຮືອ ແລະ ລາຍງານການຈັບຫາປາປະຈໍາວັນ”.

        ສ່ວນຢູ່ນະຄອນດ່າໜັງ, ທ່ານ ໂຮ່ກີ່ມິງ, ຮອງປະທານຄະນະກໍາມະການປະຊາຊົນນະຄອນດ່າໜັງ, ຢັ້ງຢືນວ່າ:

        “ກໍ່າປັ່ນທຸກລໍາທີ່ເຄື່ອນໄຫວຈັບຫາປາຢູ່ເຂດທະເລ ລ້ວນແຕ່ໄດ້ຕິດຕັ້ງອຸປະກອນຕິດຕາມການຫາປາ. ປັດຈຸບັນ, ການປະກັນໄພສໍາລັບກໍ່າປັ່ນຢູ່ທ້ອງຖິ່ນກໍໄດ້ຜັນຂະຫຍາຍດ້ວຍລະດັບ 50% ແມ່ນຄວາມຮັບຜິດຊອບຂອງສູນກາງ, 40% ແມ່ນຄວາມຮັບຜິດຊອບຂອງນະຄອນ ແລະ 10% ແມ່ນຄວາມຮັບຜິດຊອບຂອງເຈົ້າຂອງກໍ່າປັ່ນ. ປະຕິບັດວຽກງານດ່ັງກ່າວໄດ້ເປັນຢ່າງດີນັ້ນ ຈະສາມາດກວດກາການຫາປາຂອງກໍ່າປັ່ນຢູ່ນອກຝັ່ງໄດ້ຢ່າງມີປະສິດທິຜົນ”. 

ຕອບກັບ

ຂ່າວ/ບົດ​ອື່ນ