ບັນຫາ Brexit: EU ຢັ້ງຢືນວ່າມາດຕາການ “ຮົ້ວກັ້ນ” ກ່ຽວກັບ ອຽກລັງ ພຽງແຕ່ເປັນລັກສະນະຊົ່ວຄາວເທົ່ານັ້ນ

(VOVWORLD) -...ບໍ່ອາດມີຄວາມເຫັນດີ ກັບທຸກໆການປ່ຽນແປງໃດ ຫຼື ບັນດາເນື້ອໃນທີ່ບໍ່ເປັນອັນໜຶ່ງດຽວກັບຂໍ້ຕົກລົງ

ວັນທີ 14 ມັງກອນ, ບັນດາການນຳສະຫະພາບ ເອີຣົບ (EU) ຢັ້ງຢືນວ່າ ລັກສະນະນິຕິກຳຂອງ ຄຳໝັ້ນສັນຍາແມ່ນບໍ່ນຳໃຊ້ມາດຕາການ “ຮົ້ວກັ້ນ”, ເພື່ອແນໃສ່ຮັບປະກັນຊາຍແດນເປີດ ລະຫວ່າງ ເຂດ ອຽກລັງເໜືອ ຂຶ້ນກັບ ອັງກິດ ແລະ ສາທາລະນະລັດ ອຽກລັງ ໃນຂໍ້ຕົກລົງ Brexit, ເພື່ອຜູກມັດ ລອນດອນ ກັບບັນດາຂໍ້ກຳນົດຂອງກຸ່ມ. ໃນຈົດໝາຍສົ່ງເຖິງນາຍົກລັດຖະມົນຕີ ອັງກິດ Theresa May, ທ່ານປະທານສະພາເອີຣົບ Donald Tusk ແລະ ທ່ານ ປະທານຄະນະກຳມະການເອີຣົບ  Jean – Claude Juncker ໄດ້ຖືວ່າບໍ່ອາດມີຄວາມເຫັນດີ ກັບທຸກໆການປ່ຽນແປງໃດ ຫຼື ບັນດາເນື້ອໃນທີ່ບໍ່ເປັນອັນໜຶ່ງດຽວກັບຂໍ້ຕົກລົງ. ສ່ວນມາດຕະການ “ຮົ້ວກັ້ນ” ກ່ຽວຂ້ອງເຖິງ ສ. ອຽກລັງ ນັ້ນ, EU ບໍ່ປາຖະໜາຢາກເຫັນມາດຕາການນີ້ມີຜົນບັງຄັບໃຊ້ ແລະ ຈະນຳໃຊ້ພຽງຊົ່ວຄາວ ຖ້າຫາກມີຄວາມຈຳເປັນ. ທັງສອງທ່ານໄດ້ຊີ້ແຈ້ງເຖິງເລື່ອງການສົ່ງຈົດໝາຍນີ້ ແມ່ນເພື່ອຊຸກຍູ້ບັນດາບາດກ້າວຕໍ່ໄປໃນວິວັດການ Brexit ແລະ ຄຳຮັບປະກັນຂອງເຂົາເຈົ້າລ້ວນແຕ່ມີຜົນທາງກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ