ບັນຫາ Brexit: ນາຍົກລັດຖະມົນຕີ ອັງກິດ ມີຄວາມປະເອີບໃຈກ່ຽວກັບ ແງ່ຫັວງບັນລຸໄດ້ຂໍ້ຕົກລົງ

(VOVWORLD) - ຕອນຄ່ຳວັນທີ 15 ຕຸລາ (ຕາມເວລາ ຫວຽດນາມ), ນາຍົກລັດຖະມົນຕີ ອັງກິດ ທ່ານນາງ Theresa May ໄດ້ມີບົດກ່າວຄຳເຫັນຕໍ່ສະພາຕ່ຳປະເທດນີ້ ເພື່ອແຈ້ງໃຫ້ຊາບ
ບັນຫາ Brexit: ນາຍົກລັດຖະມົນຕີ ອັງກິດ ມີຄວາມປະເອີບໃຈກ່ຽວກັບ ແງ່ຫັວງບັນລຸໄດ້ຂໍ້ຕົກລົງ - ảnh 1 ທ່ານນາງນາຍົກລັດຖະມົນຕີ ອັງກິດ ທ່ານນາງ Theresa May (ພາບ: Getty)

ກ່ຽວກັບສະພາບການເຈລະຈາ ກ່ຽວກັບເລື່ອງຖອນຕົວອອກຈາກສະຫະພາບ ເອີຣົບ (EU), ຫຼື ເອີ້ນອີກຢ່າງໜຶ່ງວ່າ Brexit. ທ່ານນາງນາຍົກລັດຖະມົນຕີ May ສະແດງຄວາມເຊື່ອໝັ້ນວ່າ ຂໍ້ຕົກລົງ Brexit “ອາດຈະບັນລຸໄດ້” ໂດຍບໍ່ຫົວຊາຕໍ່ບັນດາການເຈລະຈາກັບ EU ທີ່ນັບມື້ນັບບໍ່ມີທາງອອກ ກ່ຽວກັບບັນຫາຊາຍແດນລະຫວ່າງ ໄອແລນເໜືອ ຂຶ້ນກັບ ອັງກິດ ແລະ ສະມາຊິກ EU Ireland. ທ່ານນາງນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ສອງຝ່າຍບໍ່ຄວນປ່ອຍໃຫ້ບັນດາຄວາມບໍ່ລົງລອຍກັນທີ່ ກ່ຽວຂ້ອງເຖິງບັນຫາ ພາໄປເຖິງເລື່ອງບໍ່ສາມາດບັນລຸໄດ້ຂໍ້ຕົກລົງກ່ຽວກັບບັນຫາ Brexit. ຕາມທ່ານນາງ ນາຍົກລັດຖະມົນຕີ ອັງກິດ ແລ້ວ, ສອງຝ່າຍໄດ້ບັນລຸ “ຄວາມຄືບໜ້າແທດຈິງ” ກ່ຽວກັບບັນດາມາດຕາຂອງ ຂະບວນວິວັດ Brexit ກໍ່ຄືແຜນການເບື້ອງຕົ້ນ ກ່ຽວກັບການພົວພັນການຄ້າໃນອະນາຄົດ.

ກ່ຽວກັບບັນຫາຊາຍແດນ ໄອແລນ ແລະ ໄອແລນ ເໜືອ, ທ່ານນາງນາຍົກລັດຖະມົນຕີ May ໃຫ້ຮູ້ວ່າ EU ໄດ້ເຫັນດີ “ພິຈາລະນາ” ແຜນການສຳຮອງຂອງ ທ່ານນາງ ແມ່ນທົ່ວປະເທດ ອັງກິດ ຈະຍັງຢູ່ໃນສະຫະພັນພາສີ EU ໃນອີກໄລຍະໜຶ່ງ ຈົນເມື່ອບັນລຸໄດ້ຂໍ້ຕົກລົງການຄ້າທີ່ກວ້າງໃຫຍ່ກວ່າ ເພື່ອແນໃສ່ແກ້ໄຂຄວາມຕ້ອງການ ໃນການກວດກາຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ