ບັນ​ຫ​າ Brexit: ມີ​ພົນລະເມືອງ EU ຫຼາຍ​ພັນ​ຄົນ​ຂໍ​ພັກ​ພາ​ອາ​ໄສ​ຢ​ູ່ ອັງ​ກິດ​ນັບ ພາຍຫຼັງ Brexit

(VOVWORLD) -ໃນໂຄງການ ພັກພາອາໄສ EU, ເຄີຍໄດ້ອະນຸຍາດໃຫ້ພົນລະເມືອງ EU  3.8 ລ້ານຄົນ ມີສິດດຳລົງຊີວິດແບບຍາວນານຢູ່ ອັງກິດພາຍຫຼັງ Brexit, ປັດຈຸບັນ ໂຄງການດັ່ງກ່າວພວມໄດ້ຮັບການໂຕ້ຖຽງຫຼາຍຢ່າງ.
ບັນ​ຫ​າ Brexit: ມີ​ພົນລະເມືອງ EU ຫຼາຍ​ພັນ​ຄົນ​ຂໍ​ພັກ​ພາ​ອາ​ໄສ​ຢ​ູ່ ອັງ​ກິດ​ນັບ ພາຍຫຼັງ Brexit - ảnh 1ທ່ານລັດຖະມົນຕີກະຊວງພາຍໃນ ອັງກິດ Sajid Javid. (ພາບ: AFP/TTXVN) 

ຕາມຕົວເລກຂອງລັດຖະບານອັງກິດເຊິ່ງໄດ້ປະກາດໃນວັນທີ 30 ພຶດສະພາວ່າ ພຽງແຕ່ 4 ເດືອນຕົ້ນປີ 2019, ອັງກິດໄດ້ຮັບໃບຄຳຮ້ອງຂໍພັກພາອາໄສແບບຍາວນານ ຢູ່ປະເທດນີ້ຂອງບັນດາພົນລະເມືອງສະຫະພາບ ເອີລົບ (EU) 750.000 ສະບັບ ໃນນັ້ນມີ: ພົນລະເມືອງໂປໂລຍ 103.000 ສະບັບ, ພົນລະເມືອງ ຣູມານີ 90.000 ສະບັບ, ພົນລະເມືອງອີຕາລີ 71.000 ສະບັບ, ພົນລະເມືອງ ບັອກຕຸຍການ ແລະ ພົນລະເມືອງ ແອັດສະປາຍກໍ່ນອນໃນ Top 5 ປະເທດທີ່ມີຈຳນວນໃບຄຳຮ້ອງຂໍລົງທະບຽນຫຼາຍທີ່ສຸດ. ໃນໂຄງການ ພັດພາອາໄສ EU, ເຄີຍໄດ້ອະນຸຍາດໃຫ້ພົນລະເມືອງ EU  3.8 ລ້ານຄົນ ມີສິດດຳລົງຊີວິດແບບຍາວນານຢູ່ ອັງກິດພາຍຫຼັງ Brexit, ປັດຈຸບັນ ໂຄງການດັ່ງກ່າວພວມໄດ້ຮັບການໂຕ້ຖຽງຫຼາຍຢ່າງ. ໃນຕົ້ນເດືອນມັງກອນທີ່ຜ່ານມາ, ທ່ານນາຍົກລັດຖະມົນຕີ ອັງກິດ Theresa May  ໄດ້ລົບລ້າງຄ່າໃຊ້ຈ່າຍປະມານ 82 USD, ເຊິ່ງແມ່ນຄ່າໃຊ້ຈ່າຍທີ່ຈະນຳໃຊ້ຖ້າວ່າໄດ້ Brexit ໂດຍບໍ່ມີຂໍ້ຕົກລົງເກີດຂຶ້ນແທ້. ປັດຈຸບັນ, ໂຄງການນີ້ພວມຢືນຢູ່ຕໍ່ໜ້າຄວາມສ່ຽງຫຼາຍຢ່າງທີ່ກ່ຽວຂ້ອງເຖິງວັນເວລາ Brexit. ກໍ່ຄືເລືອງວ່າ ວິວັດທະນາການນີ້ອາດຈະເກີດຂຶ້ນແທ້ຫຼືບໍ່.

ຕອບກັບ

ຂ່າວ/ບົດ​ອື່ນ