ບັນຫາ Brexit: ລັດຖະບານອັງກິດ ເຈລະຈາ ກັບ ພັກ DUP ກ່ຽວກັບຂໍ້ຕົກລົງ Brexit

(VOVWORLD) -ອັງກິດຈະບໍ່ດໍາເນີນການເຈລະຈາເພີ່ມເຕີມໃດໆ ກັບອີີຢູ ຕື່ມອີກ ກ່ຽວກັບ ມາດຕາຮັບປະກັນຊາຍແດນເປີດລະຫວ່າງ ອຽກລັງ (ສະມາຊິກຂອງ ອີຢູ) ກັບ ອຽກລັງເໜືອ.

        ໂຄສົກຂອງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໃຫ້ຮູ້ວ່າ ການເຈລະຈາກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກສະຫະພາບເອີຣົບ (ອີຢູ) ຫຼື ເອີ້ນວ່າ Brexit, ລະຫວ່າງທ່ານນາງ Theresa May  ແລະ ພັກສະຫະພັນປະຊາທິປະໄຕ (DUP), ເຊິ່ງເປັນພັກການເມືອງທີ່ໃຫຍ່ສຸດຂອງ ອຽກລັງເໜືອ ຖືກດໍາເນີນໃນວັນທີ 18 ມີນາ. ເມື່ອຖືກຖາມກ່ຽວກັບບັນດາຂໍ້ມູນຂ່າວສານທີ່ວ່າ ສະມາຊິກລັດຖະສະພາຈໍານວນໜຶ່ງ ຈະສະໜັບສະໜູນຂໍ້ຕົກລົງຂອງທ່ານນາງ Theresa May ຖ້າຫາກທ່ານນາງກໍານົດວັນເວລາຈະລາອອກຈາກຕໍາແໜ່ງ, ໂຄສົກຄົນດັ່ງກ່າວໃຫ້ຮູ້ວ່າ ທ່ານນາງນາຍົກລັດຖະມົນຕີເອົາໃຈໃສ່ເຖິງເລື່ອງນໍາຂໍ້ຕົກລົງ Brexit ໄດ້ຮັບຮອງເອົາໃນການປ່ອນບັດທີ່ຈະຈັດຂຶ້ນໃນວັນທີ 20 ມີນາ ຈະມາເຖິງ ເປັນຕົ້ນຕໍ. ເຈົ້າໜ້າທີ່ຄົນດັ່ງກ່າວກໍໃຫ້ຮູ້ວ່າ ຈະບໍ່ດໍາເນີນການເຈລະຈາເພີ່ມເຕີມໃດໆ ກັບອີີຢູ ຕື່ມອີກ ກ່ຽວກັບ ມາດຕາຮັບປະກັນຊາຍແດນເປີດລະຫວ່າງ ອຽກລັງ (ສະມາຊິກຂອງ ອີຢູ) ກັບ ອຽກລັງເໜືອ.


ຕອບກັບ

ຂ່າວ/ບົດ​ອື່ນ