ບັນຫາ Brexit: ສານເອີລົບກຳນົດເວລາພິພາກສາຄະດີກ່ຽວກັບການຕ່າວປີ້ນ Brexit

(VOVWORLD) - ຄະດີດັ່ງກ່າວໂດຍສານຂອງ ສະກອັດແລນ ຮ້ອງຟ້ອງຕໍ່ສານຂອງ EU ຢູ່ ລຸກຊຳບວກ. ສະກອັດແລນ ແມ່ນບ່ອນບັນດານັກການເມືອງ ຄັດຄ້ານ Brexit ສະເໜີຕໍ່ສານອອກຄຳຕັດສິນເຮັດແຈ້ງການອະທິບາຍມາດຕາ 50 ຂອງສົນທິສັນຍາ Lisbon.

ວັນທີ 7 ພະຈິກ, ສານຍຸຕິທຳຂອງສະຫະພາບເອີລົບ (ECJ) ໃຫ້ຮູ້ວ່າ: ຈະເປີດວາລະສານພິພາກສາຄະດີກ່ຽວກັບວິວັດການ ອັງກິດ ຖອນຕົວອອກຈາກ EU, ຫຼືເອີ້ນວ່າ Brexit ໃນວັນທີ 27 ພະຈິກ ຈະມາເຖິງເພື່ອຕັດສິນວ່າ ອັງກິດ ສາມາດຖອນຄືນຂໍ້ຕົກລົງຖອນຕົວອອກຈາກ EU ພຽງລຳພັງຝ່າຍດຽວໄດ້ຫຼືບໍ່?.

        ຄະດີດັ່ງກ່າວໂດຍສານຂອງ ສະກອັດແລນ ຮ້ອງຟ້ອງຕໍ່ສານຂອງ EU ຢູ່ ລຸກຊຳບວກ. ສະກອັດແລນ ແມ່ນບ່ອນບັນດານັກການເມືອງ ຄັດຄ້ານ Brexit ສະເໜີຕໍ່ສານອອກຄຳຕັດສິນເຮັດແຈ້ງການອະທິບາຍມາດຕາ 50 ຂອງສົນທິສັນຍາ Lisbon. ມາດຕາດັ່ງກ່າວໄດ້ອະນຸຍາດໃຫ້ ລອນດອນ ມີເວລາ 2 ປີເພື່ອກະກຽມໃຫ້ແກ່ການຖອນຕົວອອກຈາກ EU, ແຕ່ບໍ່ເວົ້າແຈ້ງກ່ຽວກັບການກຳນົດ ຖ້າຫາກປະເທດຢາກຖອນຕົວອອກຈາກ “ຊາຍຄາລວມ” ນັ້ນ ມີການປ່ຽນແປງແນວຄິດ ແລະ ຢາກຢູ່ຄືເກົ່າ. ບັນດາຜູ້ສົ່ງໄປຮ້ອງຟ້ອງຖືວ່າ: ເລື່ອງຕ່າວປີ້ນ ວິວັດການ Brexit ອາດຈະປະຕິບັດໄດ້ ຫາກບໍ່ຕ້ອງການການເຫັນດີບໍ່ວ່າຈາກປະເທດສະມາຊິກ EU ໃດ, ພ້ອມທັງກ່າວເຕືອນວ່າ ບັນດາສະມາຊິກສະພາແຫ່ງຊາດຂອງ ອັງກິດ ຄວນສະກັດກັ້ນການແຍກຕົວນີ້ກ່ອນທີ່ມັນຈະເກີດຂຶ້ນໃນວັນທີ 29 ມີນາ 2019.

ຕອບກັບ

ຂ່າວ/ບົດ​ອື່ນ