ບັນຫາ ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ຄວາມປອດໄພໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍຍາມໃດກໍຮັບຄວາມເອົາໃຈໃສ່

(VOVWORLD) -     ຕອນເຊົ້າວັນທີ 13 ມີນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນລາຍການພົບປະສົນທະນາກັບນັກສຶກສາກວ່າ 500 ຄົນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ຄວາມປອດໄພໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍຊຶ່ງມີການເຂົ້າຮ່ວມຂອງທ່ານນາງປະທານສະຫະພັນແມ່ຍິງຫວຽດນາມ ຫງວຽນທິທູຮ່າ; ທ່ານ ເລກ໋ວກຟອງ ເລຂາທີ 1 ສູນກາງຄະນະຊາວໜຸ່ມ, ປະທານສູນກາງສະຫະພັນຊາວໜຸ່ມ ຫວຽດນາມ
ບັນຫາ ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ຄວາມປອດໄພໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍຍາມໃດກໍຮັບຄວາມເອົາໃຈໃສ່ - ảnh 1 ບັນດາຜູ້ແທນທີ່ເຂົ້າຮ່ວມການສົນທະນາ

ຕອບຄຳຖາມຂອງນັກສຶກສາກ່ຽວກັບບັນດາການເຄື່ອນໄຫວຂອງສູນກາງຄະນະຊາວໜຸ່ມໃນບັນຫາ ຄວາມສະເໝີພາບລະຫວ່າງຍິງ-ຊາຍ ກໍຄືການໜູນຊ່ວຍຍິງໜຸ່ມໃນການເລີ່ມຕົ້ນທຸລະກິດ, ສ້າງວຽກເຮັດງານທຳ, ຍົກສູງທັກສະສັງຄົມ ແລະ ວັດທະນະທຳ, ທ່ານ ເລກ໋ວກຟອງ ເລຂາທີ 1 ສູນກາງຄະນະຊາວໜຸ່ມກອມມູນິດຫວຽດນາມ ຢືນຢັນວ່າ : 

     “ ອົງການຊາວຫນຸ່ມ, ສະຫະພັນຊາວໜຸ່ມ ຫວຽດນາມ, ສະມາຄົມນັກສຶກສາຫວຽດນາມ ຍາມໃດກໍຖືເປັນສຳຄັນການເຂົ້າຮ່ວມເພື່ອຮັບປະກັນ ຄວາມສະເໝີພາບລະຫວ່າງຍິງ - ຊາຍຊຶ່ງແມ່ນໜ້າທີ່ຈຸດສຸມ. ໃນບັນດາການເຄື່ອນໄຫວຂອງຄະນະຊາວໜຸ່ມ, ສະມາຄົມ ກໍລ້ວນແຕ່ມຸ່ງໄປສູ່ການເພີ່ມທະວີການໂຄສະນາ ຍົກສູງບົດບາດຂອງຍິງໜຸ່ມ, ຊ່ວຍໜູນຍິງໜຸ່ມຢູ່ບັນດາເຂດແຄ້ວນໃນທົ່ວປະເທດ, ເປັນຕົ້ນແມ່ນເດັກຍິງຢູ່ເຂດຫ່າງໄກສອກຫຼີກ ”

ຕອບກັບ

ຂ່າວ/ບົດ​ອື່ນ