ບັນຫາຕ້ານກໍ່ການຮ້າຍ:Tunisiaຈັບຕົວເປົ້າໝາຍກ່ຽວຂ້ອງເຖິງISຫຼາຍຄົນ

ບັນຫາຕ້ານກໍ່ການຮ້າຍ:Tunisiaຈັບຕົວເປົ້າໝາຍກ່ຽວຂ້ອງເຖິງISຫຼາຍຄົນ - ảnh 1
ກຳລັງພິເສດຢູ່ Tunisia

(vovworld) –  ຕອນ​ຄຳ່​ວັນ​ທີ 6/4, ກະຊວງ​ພາຍ​ໃນ Tunisia ​ໃຫ້​ຮູ້ວ່າ: ບັນດາ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ນີ້​ໄດ້ມ້າງ​ທຳລາຍ​ກຸ່ມ​ກໍ່​ການ​ຮ້າຍ​ໜຶ່ງ​ຢູ່ Tatouine, ຫ່າ​ງຈາກ​ນະຄອນ Tunis ​ໄປ​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ໃຕ້ 531 ກມ. ກຸ່ມ​ຄົນ​ດ່ັງກ່າວ​ລວມມີ 5 ຄົນ​ເຊິ່ງ​ແມ່ນ​ພາກສ່ວນ​ກໍ່​ການ​ຮ້າຍ, ທີ່​ພວມກະ​ກຽມ​ເຂົ້າ​ຮ່ວມ​ກຳລັງ “ອົງການ​ກໍ່​ການ​ຮ້າຍ​ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງຢູ່ ລີບ​ີ. ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່ Tunisia ​ໄດ້​ຈັບ​ຕົວ 3 ​ຄົນ​ໃນ​ກຸ່ມ​ນີ້, ​ສ່ວນ​ອີກ 2 ຄົນທີ່​ຍັງ​ເຫຼືອ​ພວມ​ຖືກ​ໄລ່​ຈັບ​ຢ່າງ​​ຂ້ຽວຂາດ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກຳລັງ​ສາລະວັດ​ທະຫານ​ຂອງ​ແຂວງ Ariana, ຢູ່​ພາກ​ເໜືອ​ນະ​ຄອນ​ຫຼວງ Tunis, ກໍ່​ໄດ້​ມ້າງ​ທຳລາຍ​ເຄືອ​ຂ່າຍ​ກໍ່​ການ​ຮ້າຍທີ່​ກ່ຽວ​ຂ້ອງ​ເຖິງ IS. ​ເຄືອ​ຂ່າຍ​ນີ້​ລວມມີ​ສະມາຊິກ 4 ຄົນ, ​ໃນ​ນັ້ນ​ມີ​ແມ່ຍິງ 3 ຄົນ​ມີໜ້າ​ທີ່​ໂຄ​ສະນາ​ເຜີຍ​ແຜ່​ແນວ​ຄິດ​ສົງຄາມ​​ຫົວ​ຮຸນ​ແຮງ​ເພື່ອ​ສາສະໜາ​ໃນ​ບັນ​ດາ​ແວັບ​​ໄຊ​ສັງຄົມ ​ແລະ ຄັ​ດ​ເລືອກ​ຊາວ​ໜຸ່ມ Tunisia ​ເຂົ້າ​ຮ່ວມ IS ​ແລະ ຕໍ່ສູ້​ຢູ່​ບັນດາ​ເຂດ​ທີ່​ພວມ​ມີສົງຄາມ.

ຂ່າວ/ບົດ​ອື່ນ