ບັນຫານິວເຄຼຍໃນແຫຼມເກົາຫຼີໄດ້ເຕື້ອງເຖິງໃນການພົບປະຄັ້ງສຸດຍອດສ.ເກົາຫຼີ-ອາເມລິກາ

ບັນຫານິວເຄຼຍໃນແຫຼມເກົາຫຼີໄດ້ເຕື້ອງເຖິງໃນການພົບປະຄັ້ງສຸດຍອດສ.ເກົາຫຼີ-ອາເມລິກາ - ảnh 1
ປະທານາທິບ​ໍດີ​ອາ​ເມ​ລິ​ກາ Barack Obama ​ແລະ
 ທ່ານ​ນາງ​ປະທານາທິບໍດີ​ສ.​ເກົາຫຼີ Park Geun hye
(ພາບ: HuffingtonPost)

(vovworld) – ທີ່​ການ​ພົບ​ປະ​ຄັ້ງ​ສຸດ​ຍອດ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 17/10 ​ລະຫວ່າງ​ປະທານາທິບ​ໍດີ​ອາ​ເມ​ລິ​ກາ Barack Obama ​ແລະ ທ່ານ​ນາງ​ປະທານາທິບໍດີ​ສ.​ເກົາຫຼີ Park Geun hye ທີ່​ພວມ​ຢ້ຽມຢາມ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ, 2 ຝ່າຍ​ໄດ້​ເຕື້ອງ​ເຖິງ​ການ​ເຊື່ອມ​ຕໍ່​ວິວັດ​ການ​ເຈລະ​ຈາ 2 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ໃນ​ແຫຼ​ມ​ເກົາຫຼີ, ​ເຊິ່ງຖືກ​ຢຸດ​ຕິ​ເມື່ອ​ເດືອນ 12/2008. ກ່າ​ວຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຮ່ວມ​ພາຍ​ຫຼັງ​ການ​ເຈ​ລະ​ຈາ, ປະທານາທິບໍດີ Barack Obama ຖະ​ແຫຼ​ງວ່າ, ວໍ​ຊິງ​ຕັນ​ ຈະ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຢ່າງ​ທັນທີ ຖ້າ​ພຽງ​ຢາງ​ ປາດ​ຖະໜາ​ຢາກ​ມີ​ການ​ເຈລະຈາ​ຢ່າງ​ເຂັ້ມ​ງວດ ກ່ຽວ​ກັບ​ການ​ປະລະ​ໂຄງການ​ນິວ​ເຄຼຍ ຂອງ​ຕົນ. ສ່ວນ​ທ່ານ​ນາງ Park Geun hye ​ໃຫ້​ຮູ້​ວ່າ, ນອກຈາກ​ຫົວ​ຂໍ້​ນິວ​ເຄຼຍ ​ໃນ​ແຫຼມ​ເກົາຫຼີ, ການ​ນຳ 2 ທ່ານ​ຍັງ​ປຶກສາ​ຫາ​ລື​ບັນດາ​ມາດ​ຕະການ​ເພິ່ມທະ​ວີ​ການ​ພົວພັນ ພັນທະ​ມິດ​ສ.​ເກົາຫຼີ - ອາ​ເມ​ລິ​ກາ, ບັນ​ຫາ​ພາກ​ພື້ນ ​ແລະ ສາກົນ.

ຂ່າວ/ບົດ​ອື່ນ