ບັ້ນ​ເຄື່ອນ​ໄຫວ “ລ້ານ​ບາດ​ກ້າວແຫ່ງ​ເມ​ດ​ຕາ​ປາ​ນີ” ​ລື່ນ​ກາຍ​ຄາດ​ໝາຍ, ບັນ​ລຸ​ຫຼາຍ​ຜົນ​ງານ​ທີ່​ໜ້າ​ຊື່ນ​ຊົມ​

(VOVWORLD) -  ວັນທີ 21 ເມສາ, ຢູ່ແຂວງ ດ້ຽນບຽນ, ສະພາກາແດງ ຫວຽດນາມ ໄດ້ຈັດການສະຫຼຸບບັ້ນເຄື່ອນໄຫວ “ລ້ານບາດກ້າວແຫ່ງຄວາມເມດຕາປານີ”. ບັ້ນເຄື່ອນໄຫວດັ່ງກ່າວໄດ້ສິ້ນສຸດລົງດ້ວຍບັນດາໝາກຜົນທີ່ໜ້າຊື່ນຊົມ ແລະ ລື່ນກາຍຄາດໝາຍທີ່ໄດ້ວາງອອກ.
ບັ້ນ​ເຄື່ອນ​ໄຫວ “ລ້ານ​ບາດ​ກ້າວແຫ່ງ​ເມ​ດ​ຕາ​ປາ​ນີ” ​ລື່ນ​ກາຍ​ຄາດ​ໝາຍ, ບັນ​ລຸ​ຫຼາຍ​ຜົນ​ງານ​ທີ່​ໜ້າ​ຊື່ນ​ຊົມ​ - ảnh 1ທ່ານ ຫງວຽນຫາຍແອັງ - ຮອງປະທານ, ເສລາທິການໃຫຍ່ ສະພາກາແດງ ຫວຽດນາມ ປະກາດໝາກຜົນຂອງບັ້ນເຄື່ອນໄຫວ (ພາບ:nhandaoonline.vn)

“ລ້ານບາດກ້າວແຫ່ງຄວາມເມດຕາປານີ” ແມ່ນເຫດການເລີ່ມຕົ້ນ ແລະ ກໍແມ່ນກິດຈະກຳພົ້ນເດັ່ນໃນລາຍການການເຄື່ອນໄຫວຕອບສະໜອງເດືອນມະນຸດສະທຳ ປີ 2024 (ເດືອນ 5) ດ້ວຍຫົວຂໍ້ “ວິວັດການມະນຸດສະທຳ - ມອບຮັບຄວາມຮັກແພງ”. ຄາດໝາຍຂອງບັ້ນເຄື່ອນໄຫວນີ້ ແມ່ນດຶງດູດນັກກິລາ 70.000 ຄົນເຂົ້າຮ່ວມການຍ່າງ ຫຼື ແລ່ນ ແລະ ບັນທຶກຜົນງານໂດຍຜ່ານແອັບ vRace ບັນລຸ 700.000 km, ທຽບເທົ່າກັບການລະດົມໄດ້ຈຳນວນເງິນສະໜັບສະໜູນ 7 ຕື້ດົ່ງ (ເກືອບ 300.000 USD).

              ໃນໄລຍະ 56 ວັນ, ບັ້ນເຄື່ອນໄຫວ “ລ້ານບາດກ້າວແຫ່ງຄວາມເມດຕາປານີ” ໄດ້ຜັນຂະຫຍາຍຢູ່ສະພາກາແດງ 63 ແຂວງ, ນະຄອນ. ບັນດາຕົວເລກທີ່ໜ້າຊື່ນຊົມນີ້ ໄດ້ສະແດງໃຫ້ເຫັນ ປະສິດທິຜົນຂອງລາຍການ ເມື່ອມີຈໍານວນຜູ້ສະໜັບສະໜູນຫຼາຍທົບ 1,3 ເທົ່າ, ງົບປະມານບັນລຸເກືອບ 2 ເທົ່າ ເມື່ອທຽບໃສ່ຄາດໝາຍທີ່ໄດ້ວາງອອກໃນເບື້ອງຕົ້ນ. ພິເສດ, ບັ້ນຮົບດັ່ງກ່າວ ກໍ່ໄດ້ດຶງດູດຄວາມສົນໃຈຂອງບັນດາເພື່ອນໜຸ່ມ.


ຕອບກັບ

ຂ່າວ/ບົດ​ອື່ນ