ບຸນ​ເຕັດ ຫວຽດ​ນາມ ຂ​ອງ​ພໍ່​ແມ່​ພີ່​ນ້ອງ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ

(VOVWORLD) - ວັນທີ 17 ມັງກອນ, ສະຖານທູດ ຫວຽດນາມ ປະຈຳ ສະຫະພາບເອີຣົບ ໄດ້ຈັດຕັ້ງການຫໍ່ເຂົ້າຕົ້ມ ເພື່ອມອບໃຫ້ພະນັກງານ, ລັດຖະກອນ, ຜູ້ຕາງໜ້າຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ກໍຄື ບັນດາອົງການທາງການທູດ.
ບຸນ​ເຕັດ ຫວຽດ​ນາມ ຂ​ອງ​ພໍ່​ແມ່​ພີ່​ນ້ອງ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ - ảnh 1ການຫໍ່ເຂົ້າຕົ້ມຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ  ຢູ່ ລັດເຊຍ (ພາບ: VOV)

ເພື່ອແນໃສ່ສ້າງບັນຍາກາດທີ່ເບີກບານມ່ວນຊື່ນ ແລະ ອົບອຸ່ນໃຫ້ແກ່ພະນັກງານ, ລັດຖະກອນ ກໍຄື ຜູ້ຕາງໜ້າພໍ່ແມ່ພີ່ນ້ອງໃນປະຊາຄົມຕ້ອນຮັບບຸນປີໃໝ່ປະຈຳຊາດ ປີແມວ 2023, ວັນທີ 17 ມັງກອນ, ສະຖານທູດ ຫວຽດນາມ ປະຈຳ ສະຫະພາບເອີຣົບ ໄດ້ຈັດຕັ້ງການຫໍ່ເຂົ້າຕົ້ມ ເພື່ອມອບໃຫ້ພະນັກງານ, ລັດຖະກອນ, ຜູ້ຕາງໜ້າຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ກໍຄື ບັນດາອົງການທາງການທູດ.

        ນ້ອງ ຫງວຽນຫວູທູຢາງ, ອາຍຸ 12 ປີ ເປັນຄັ້ງທຳອິດ ໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດ ແລະ ເຂົ້າຮ່ວມການຫໍ່ເຂົ້າຕົ້ມ ຢູ່ ລັດເຊຍ ແບ່ງປັນວ່າ:

        “ນີ້ເປັນຄັ້ງທຳອິດທີ່ຫຼານໄດ້ຕ້ອນຮັບບຸນເຕັດຢູ່ ລັ ດເຊຍ, ມີບັນຍາກາດເບີກບານມ່ວນຊື່ນ, ຄຶກຄື້ນ ແລະ ອົບອຸ່ນຫຼາຍ, ພວກຫຼານພາກັນຫໍ່ເຂົ້າຕົ້ມມ່ວນຫຼາຍ. ພວກລຸງປ້າອາວອາ ກໍໄດ້ແນະນຳວິທີຫໍ່ໃຫ້ຫຼານຢ່າງສຸດໃຈ. ນ້ອງຮູ້ສຶກວ່າ ບັນຍາກາດຢູ່ທີ່ນີ້ ກໍຄ້າຍຄືກັບຢູ່ບ້ານເກີດເມືອງນອນ. ຢູ່ບ້ານຂອງຫຼານ ກໍໄດ້ຫໍ່ເຂົ້າຕົ້ມແບບນີ້”.


ຕອບກັບ

ຂ່າວ/ບົດ​ອື່ນ