ບຸນ​ເຕັດ​ປະ​ຈຳ​ຊາດ ປີ​ມະ​ໂລງ 2024, ຫວຽດ​ນາມ ຕ້ອນ​ຮັບ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ເພີ່ມ​ຂຶ້ນ​ສູງ​ຢູ່ຫຼາຍ​ທ້ອງ​ຖິ່ນ

(VOVWORLD) - ຈຳນວນແຂກທ່ອງທ່ຽວສາກົນ ມາທ່ຽວຫວຽດນາມ ເພີ່ມຂຶ້ນສູງ ຢູ່ຫຼາຍທ້ອງຖິ່ນ, ໃນນັ້ນ ດ່ານັ້ງ ຄາດວ່າຕ້ອນຮັບແຂກທ່ອງທ່ຽວເກືອບ 177.000 ເທື່ອຄົນ, ຮ່າໂນ້ຍຄາດວ່າຕ້ອນຮັບແຂກທ່ອງທ່ຽວ ເກືອບ 103.000 ລ້ານເທື່ອຄົນ.

ວັນທີ 14 ກຸມພາ, ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ) ໃຫ້ຮູ້ວ່າ: ໃນໂອກາດບຸນເຕັດປະຈຳຊາດ ປີມະໂລງ 2024, ໃນລະຫວ່າງວັນທີ 8 – 14 ກຸມພາ, ຂະແໜງທ່ອງທ່ຽວທົ່ວປະເທດ ຄາດວ່າ ໄດ້ຕ້ອນຮັບ ແລະ ຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດ 10,5 ລ້ານເທື່ອຄົນ (ເພີ່ມຂຶ້ນ 16,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023). ຈຳນວນແຂກທ່ອງທ່ຽວສາກົນ ມາທ່ຽວຫວຽດນາມ ເພີ່ມຂຶ້ນສູງ ຢູ່ຫຼາຍທ້ອງຖິ່ນ, ໃນນັ້ນ ດ່ານັ້ງ ຄາດວ່າຕ້ອນຮັບແຂກທ່ອງທ່ຽວເກືອບ 177.000 ເທື່ອຄົນ, ຮ່າໂນ້ຍຄາດວ່າຕ້ອນຮັບແຂກທ່ອງທ່ຽວ ເກືອບ 103.000 ລ້ານເທື່ອຄົນ, ເພີ່ມຂຶ້ນທົບ 2,2 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.

ຕາມກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ແລ້ວ, ຈຳນວນແຂກທ່ອງທ່ຽວສາກົນ ມາ ຫວຽດນາມ ສືບຕໍ່ເພີ່ມຂຶ້ນເມື່ອທຽບໃສ່ໂອກາດພັກບຸນປີໃໝ່ສາກົນ ແລະ ໄລຍະດຽວກັນຂອງປີ 2023 ຍ້ອນໄດ້ຮັບນະໂຍບາຍວິຊາ ທີ່ສະດວກ, ການກຳນົດທິດຢ່າງຖືກຕ້ອງ ໃນການສ້າງໂຄງປະກອບຕະຫຼາດແຂກທ່ອງທ່ຽວຄືນໃໝ່, ຄວາມມານະພະຍາຍາມຂອງບັນດາວິສາຫະກິດ, ທ້ອງຖິ່ນ ແລະ ການເຄື່ອນໄຫວສົ່ງເສີມ, ໂຄສະນາ ໄດ້ຮັບການຜັນຂະຫຍາຍໃນວົງກວ້າງ. ບາງທ້ອງຖິ່ນ ແລະ ບັນດາບໍລິສັດທ່ອງທ່ຽວ ໄດ້ສ້າງຫຼາຍລາຍການ ທ່ອງທ່ຽວ ໃໝ່, ມີໂປຼມາຊັນ ທີ່ດຶງດູດໃຈ; ຕັ້ງໜ້າຂຸດຄົ້ນຜະລິດຕະພັນທ່ອງທ່ຽວໃໝ່, ສຸມໃສ່ບັນດາທ່າໄດ້ປຽບທີ່ພົ້ນເດັ່ນຂອງບັນດາເຂດພາກ, ການເຊື່ອມຕໍ່ພັດທະນາຕາມການກຳນົດທິດ “ໜຶ່ງເສັ້ນທາງ, ຫຼາຍສະຖານທີ່ທ່ອງທ່ຽວ”, ຫັນການບໍລິການເປັນຫຼາຍຮູບແບບ ເພື່ອແນໃສ່ເພີ່ມທະວີລາຍຮັບໃນໂອກາດບຸນເຕັດ.

ຕອບກັບ

ຂ່າວ/ບົດ​ອື່ນ