ບຸນເຕັດວົງຄະນະຍາດຕ້ອນຮັບບຸນປີໃໝ່ປະຈຳຊາດປີວອກຢູ່ອິດສະຣາແອນ,ອານເຊຣີ,ອົດສະຕາລີ

ບຸນເຕັດວົງຄະນະຍາດຕ້ອນຮັບບຸນປີໃໝ່ປະຈຳຊາດປີວອກຢູ່ອິດສະຣາແອນ,ອານເຊຣີ,ອົດສະຕາລີ - ảnh 1

(vovworld) –  ​ເນື່ອງ​ໃນ​ໂອກາດບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016, ສະຖານທູດ ຫວຽດນາມ ປະຈຳ ອິດສະຣາ​ແອນ ​ໄດ້​ຈັດ​ຕັ້ງ​ງານພົບປະ​ສັງ​ສັນ​ຂຳ່​ນັບ​ຮັບ​ຕ້ອນ​ລະ​ດູບານ​ໃໝ່ປີວ​ອກ 2016 ​ໃນ​ວັນ​ທີ 31/1. ​ເຂົ້າ​ຮ່ວມ​ງານ​ພົບ​ປະ​ສັງ​ສັນ​ມີ​ພໍ່​ແມ່​ປະຊາຊົນຊາວ ຫວຽດນາມ, ຜູ້ຕາງໜ້າ​ນັກ​ສຶກສາ, ຄົນ​ງານ, ນັກ​ສຳ​ມະ​ນາກ​ອນພວມ​ທຳ​ມາ​ຫາ​ກິນ, ດຳລົງ​ຊີວິດ, ຮຳ່ຮຽນ​ຢູ່ ອິດສະຣາ​ແອນ​ ​ເກືອ​ບ 250 ຄົນ. ກ່າວ​ຄຳ​ເຫັນ​ທີ່​ງານ​ພົບ​ປະ​ສັງ​ສັນ, ທ່ານ​ເອກ​ອັກຄະ​ລັດຖະທູດ ກາວ​​ເຈີ​ນກວກ​ຫາຍ ​ແນະນຳ​ບັນດາ​ຜົນງານ​​ເຊິ່ງ ຫວຽດນາມ ​ບັນລຸ​ໄດ້​ໃນ​ປີ 2015, ພິ​ເສດ​ແມ່ນ​ການຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ສຳ​ເລັດ​ຜົນ ​ແລະ ​ເນັ້ນ​ໜັກ​ວ່າບັນດາ​ຜົນງານ​ນັ້ນ​ໄດ້​ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງ​ບົດບາດ ​ແລະ ອິດ​ທິພົນ​ຊື່​ສຽງ​ຂອງ ຫວຽດນາມ ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ​

        ​ໃນ​ບັນຍາກາດ​ປະຊາຊົນ​ທົ່ວ​ປະ​ເທດ​ຂຳ່ນັບ​ຊົມ​ເຊີຍ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ​ແລະ ຕ້ອນຮັບ​ລະດູບານ​ໃໝ່, ວັນ​ທີ 28/1, ສະຖານທູດ ຫວຽດນາມ ປະຈຳ ອານ​ເຊຣີ ​ໄດ້​ຈັດ​ຕັ້ງ​ງານ​ບຸນ​ຕ້ອນຮັບ​ປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016. ກ່າວຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກ​ຄະ​ລັດຖະທູ​ດ ຫວູ​ເທ໋ຮຽບ ​ໄດ້​ຊີ້​ແຈ້ງ​ບັນດາ​ຜົນງານ​ສຳຄັນ​ຊຶ່ງ ຫວຽດນາມ ບັນ​ລຸ​ໄດ້​ໃນ​ພາລະກິດ​ສ້າງສາ, ພັດທະນາ ​ແລະ ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ສາກົນ​ປີ 2015, ທົບ​ທວນຄືນ​ບັນດາ​ຜົນງານ​ໃນ​ການພັດທະນາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ອານ​​ເຊຣີ, ພ້ອມ​ທັງ​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ຜົນງານ​ຂອງ​ສະຖານທູດ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ທີ່​ນີ້​ໃນ​ປີຜ່ານມາ.

        ກໍ​ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມ​ຊາວ​ກະສິກອນ ຫວຽດນາມ ປະຈຳ Adelaide, ລັດ ອົດ​ສະ​ຕາ​ລີ​ໃຕ້, ຫາ​ກໍ່​ສະຫລຸບ 30 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ສ້າງ​ປະຊາ​ຄົມ ຫວຽດນາມ ​ແລະ ຈັດ​ຕັ້ງ​ການ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016. ກ່າວ​ຄຳ​ເຫັນ​ທີ່​ພິທີ, ຜູ້ຕາງໜ້າ​ອຳ​ນາດ​ການ​ປົກຄອງ​ລັດ​ໃຫ້​ຮູ້​: ​ໄດ້​ຮັບ​ຮອງ​ບັນດາ​ການ​ປະກອບສ່ວນ​ສຳຄັນ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ​ເຂົ້າ​ໃນ​ການກໍ່​ສ້າງ​ພື້ນຖານ​ເສດຖະກິດ​ຂອງ​ລັດ​ໃຫ້​ນັບ​ມື້​ນັບ​ພັດທະນາ. ​ເປັນ​ໜ້າ​ສົນ​ໃຈ​ແມ່ນ, ​ມີງົບປະມານຂອງ​ລັດ​ປະມານ 5% ​ແມ່ນມາ​ຈາກ​ການ​ປະກອບ​ສ່ວນຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່​ອົດ​ສະ​ຕາ​ລີ.

ຂ່າວ/ບົດ​ອື່ນ