“ບຸນເຕັດເຂດບ້ານນາ ຫວຽດນາມ” 2024 ຢູ່ບ້ານເກົ່າແກ່ ເດື່ອງເລີມ: ໂຄສະນາຄຸນຄ່າວັດທະນະທຳ, ການທ່ອງທ່ຽວ

(VOVWORLD) - ນີ້ແມ່ນການເຄື່ອນໄຫວຮັກສາມູນເຊື້ອໃຫ້ລຸ້ນຄົນຕໍ່ໄປ. ໂຄງການໄດ້ຮັບການຈັດຂຶ້ນດ້ວຍຫຼາຍການເຄື່ອນໄຫວທີ່ອຸດົມສົມບູນ, ຄື: ການເຄື່ອນໄຫວແນະນຳບຸນເຕັດຫວຽດ ຜ່ານລາຍການທ່ອງທ່ຽວຢ້ຽມຊົມ
“ບຸນເຕັດເຂດບ້ານນາ ຫວຽດນາມ” 2024 ຢູ່ບ້ານເກົ່າແກ່ ເດື່ອງເລີມ: ໂຄສະນາຄຸນຄ່າວັດທະນະທຳ, ການທ່ອງທ່ຽວ - ảnh 1ເຂດປູຊະນີຍະສະຖານ ບ້ານເກົ່າແກ່ ເດື່ອງເລີມ

ວັນທີ 10 ມັງກອນ, ຄະນະຄຸ້ມຄອງເຂດປູຊະນີຍະສະຖານ ບ້ານເກົ່າແກ່ ເດື່ອງເລີມ, ໃຫ້ຮູ້ວ່າ: ລາຍການ “ບຸນເຕັດຢູ່ເຂດບ້ານນາ ຫວຽດນນາມ” 2024 ຈະດຳເນີນແຕ່ວັນທີ 20 – 21 ມັງກອນ (ກົງກັບວັນທີ 10 – 11 ເດືອນ 12 ປີແມວ) ຢູ່ບ້ານເກົ່າແກ່ ເດື່ອງເລີມ (ເທດສະບານ ເຊີນໄຕ, ຮ່າໂນ້ຍ). ນີ້ແມ່ນປີທີສາມຈັດຕັ້ງ ລາຍການດັ່ງກ່າວ, ເພື່ອແນໃສ່ໂຄສະນາບັນດາຄຸນຄ່າວັດທະນະທຳ, ຍູ້ແຮງການເຄື່ອນໄຫວສົ່ງເສີມ, ແນະນຳສະຖານທີ່ທ່ອງທ່ຽວຢູ່ບ້ານເກົ່າແກ່ ເດື່ອງເລີມ ເຖິງແຂກທ່ອງທ່ຽວ, ພິເສດແມ່ນຊາວຕ່າງປະເທດທີ່ພວມດຳລົງຊີວິດຢູ່ ຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວຮັກສາມູນເຊື້ອໃຫ້ລຸ້ນຄົນຕໍ່ໄປ. ໂຄງການໄດ້ຮັບການຈັດຂຶ້ນດ້ວຍຫຼາຍການເຄື່ອນໄຫວທີ່ອຸດົມສົມບູນ, ຄື: ການເຄື່ອນໄຫວແນະນຳບຸນເຕັດຫວຽດ ຜ່ານລາຍການທ່ອງທ່ຽວຢ້ຽມຊົມ, ເຂົ້າຮ່ວມຕົວຈິງບັນດາຄວາມງາມທີ່ເປັນມູນເຊື້ອຂອງບຸນເຕັດຫວຽດ. ພ້ອມກັນນັ້ນ, ແຂກທ່ອງທ່ຽວ ຈະໄດ້ຮັບການແນະນຳກ່ຽວກັບບັນດາຮີດຄອງປະເພນີທີ່ເປັນມູນເຊື້ອໃນບຸນເຕັດ, ຄື: ພີທີສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ແຈກອັ່ງເປົ່າ, ປ່ອຍປາໄນ, ຫໍ່ເຂົ້າຕົ້ມ, ຫໍ່ຢໍ່…

ຕອບກັບ

ຂ່າວ/ບົດ​ອື່ນ