ບຣາຊິນ ນຳເຂົ້າກາເຟ Robusta ຈາກ ຫວຽດນາມ

ບຣາຊິນ ນຳເຂົ້າກາເຟ Robusta ຈາກ ຫວຽດນາມ - ảnh 1
(ພາບປະກອບ / TTXVN)

(vovworld) - ວັນ​ທີ 20/02 ກະຊວງ​ກະສິກຳ ບຣາຊີນ ​ໃຫ້​ຮູ້​ວ່າ ຄະນະ​ກຳມະການ​ຄຸ້ມ​ຄອງ​ຫ້ອງການການ​ຄ້າ​ຕ່າງປະ​ເທດ ບຣາຊີນ (Gemex) ​ໄດ້​ອອກ​ຂໍ້​ຕົກ​ລົງ​ອະ​ນຸຍາດ​​ໃຫ້ຫລຸ​ດຜ່ອນ​ພາສີ​ນຳ​ເຂົ້າກາ​​ເຟ Robusta ​ແຕ່ 20% ລົງ​ເຫຼືອພຽງ 10% ​ເພື່ອ​ນຳ​ເຂົ້າກາ​ເຟ 1 ລ້ານ​ຖົງ​ໃນ 4 ​ເດືອນ ນັບ​ແຕ່​ເດືອນ 02 – 05/2017, ​ເທົ່າກັບ 250.000 ​ໂຕນ/​ເດືອນ. ບົນ​ພື້ນຖານ​ຂໍ້​ຕົກລົງ​ດັ່ງກ່າວ, ກະຊວງ​ກະສິກຳ ບຣາຊີນ ​ໄດ້​ປະກາດ​ບົດ​ລາຍ​ງານ​ໄຈ​້ແຍກກ່ຽວ​ກັບກາ​ເຟ Robusta ຂອງ ຫວຽດນາມ. ຕາມ​ບັນດາ​ນັກ​ຄົ້ນຄວ້າ​ແລ້ວ, ​ເລື່ອງ​ປະກາດ​ໝາກ​ຜົນ​ແຫ່ງ​ການ​ຄົ້ນຄວ້າ​ນີ້ ບັນດາ​ວິ​ສາ​ຫະກິດ​ປຸງ​ແຕ່ງ​ກາ​ເຟ ອາດ​ຈະ​ນຳ​ເຂົ້າກາ​ເຟ​ເມັດ​ຂອງ ຫວຽດນາມ ຖ້າ​ຫາກ​ເຄົາລົບຖືກ​ຕາມ​ບັນດາ​ຂໍ້​ກຳນົດ ​ເຊິ່ງ ບຣາຊີນ ພວມປະກາດ​ໃຊ້ປະຈຸ​ບັນ​.

ຕອບກັບ

ຂ່າວ/ບົດ​ອື່ນ