ບຣາຊີນແລະຈີນເຊັນເອກະສານຮ່ວມມື56ສະບັບ

ບຣາຊີນແລະຈີນເຊັນເອກະສານຮ່ວມມື56ສະບັບ - ảnh 1
ປະທານາທິບໍດີ ບຣາຊີນ Dilma Rousseff ແລະ ທ່ານປະທານປະເທດ ຈີນ
(ພາບ: Agencia Brasil)

(vovworld) - ​ໃນ​ການ​ຢ້ຽມຢາມ ບຣາຊີ​ນ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 17/7 ຂອງ​ທ່ານ​ປະທານ​ປະ​ເທດ ຈີນ ສື້ຈີ້​ນຜິ​ງ, 2 ປະ​ເທດ​ໄດ້​ເຊັນ​ເອກະສານ​ຮ່ວມ​ມື 56 ສະບັບ​ເພື່ອ​ແນ​ໃສ່​ຊຸກຍູ້​ການພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ສະມາຊິກ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ (BRICS). ການ​ຢ້ຽມຢາມ​ໄດ້​ຈັດ​ຕັ້ງ​ຂຶ້ນ​ໃນ​ສະພາບ​ການ 2 ປະ​ເທດສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ​ແລະ ​ການແລກປ່ຽນ​ການ​ຄ້າ 2 ຝ່າຍ​ເພີ່ມ​ຂຶ້ນ​ສູງ. ບັນດາ​ເອກະສານ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ຄັ້ງ​ນີ້​ລວມມີ: ບັນດາ​ສັນຍາ, ຂໍ້​ຕົກລົງ, ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ອຸດສາຫະກຳ, ການ​ຄ້າ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ, ຄົມມະນາຄົມ, ປ້ອງ​ກັນຊາ​ດ, ອາວຸດ, ນ້ຳມັນ​ອາຍ​ແກ​ດ, ​ໄຟຟ້າ, ການ​ເງິນ, ທະນາຄານ, ພື້ນຖານ​ໂຄງ​ລ່າງ ​ແລະ ການ​ສຶກສາ.



ຂ່າວ/ບົດ​ອື່ນ