ບ້ວງ​​ເງິນ​ໜູນ​ຊ່ວຍ​ຟື້ນ​ຟູ​ເສດ​ຖະ​ກິດ ຈະ​ສຸມ​ໃສ່​ກຸ່ມ​ຂະ​ແໜງ​ເສົາ​ຄ້ຳ​ຂອງ​ການ​ເຕີບ​ໂຕ​ເສດ​ຖະ​ກິດ

(VOVWORLD) -"ບ້ວງເງິນໜູນຊ່ວຍນີ້ ຕ້ອງໄດ້ສຸມໃສ່ຂະແໜງທີ່ເປັນເສົາຄ້ຳຂອງການເຕີບໂຕເສດຖະກິດ, ເປັນຕົ້ນແມ່ນ ຂົງເຂດສົ່ງອອກ, ປຸງແຕ່ງ, ປະດິດແຕ່ງ, ເພື່ອບໍ່ພຽງແຕ່ຮັກສາທ່ວງທ່າຟື້ນຟູຂອງປີ 2021 ເທົ່ານັ້ນ ຫາກຍັງຍາດແຍ່ງໂອກາດຈາກຕະຫຼາດໂລກເປີດປະຕູໃນປີ 2022 ນີ້ ເພື່ອເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງກວ່າ..."
ບ້ວງ​​ເງິນ​ໜູນ​ຊ່ວຍ​ຟື້ນ​ຟູ​ເສດ​ຖະ​ກິດ ຈະ​ສຸມ​ໃສ່​ກຸ່ມ​ຂະ​ແໜງ​ເສົາ​ຄ້ຳ​ຂອງ​ການ​ເຕີບ​ໂຕ​ເສດ​ຖະ​ກິດ - ảnh 1(ພາບປະກອບ: dangcongsan.vn)

  ເວທີປາໄສເສດຖະກິດ - ການເງິນແບບທາງໄກ ດ້ວຍຫົວຂໍ້: ພັດທະນາແບບຍືນຍົງ, ປັບຕົວໃຫ້ເຂົ້າກັບອະນາຄົດ ໂດຍ Thoi bao Tai Chinh Viet Nam (ໜັງສືພິມການເງິນ ຫວຽດນາມ) ຈັດຂຶ້ນໃນຕອນບ່າຍວັນທີ 19 ມັງກອນ. ທີ່ເວທີປາໄສ, ນັກຊ່ຽວຊານດ້ານການເງິນ - ການທະນາຄານ, ປອ. ຫວູດິ່ງແອັງ ຕີລາຄາສູງຕໍ່ເລື່ອງ ຫວ່າງມໍ່ໆມານີ້, ຂະແໜງການເງິນໄດ້ມີການກະທຳທີ່ຕັ້ງໜ້າ ພ້ອມກັບຄຳສັ່ງດັດປັບໃນຕະຫຼາດການເງິນ, ຕະຫຼາດຫຼັກຊັບ, ພັນທະບັດວິສາຫະກິດ… ແຕ່ວຽກງານຕິດຕາມກວດການີ້ ຕ້ອງຍູ້ແຮງກວ່າອີກ.

        ໄປຄຽງຄູ່ກັບຂໍ້ສະເໜີແນະສືບຕໍ່ປ້ອງກັນ, ຕ້ານໂລກລະບາດໃຫ້ເປັນຢ່າງດີ, ສ້າງເສດຖະກິດມະຫາພາກເປັນປົກກະຕິແລ້ວ, ທ່ານສາດສະດາຈານ. ປອ. ຮວ່າງວັນເກື່ອງ, ຮອງຫົວໜ້າອະທິການບໍດີ ມະຫາວິທະຍາໄລເສດຖະກິດແຫ່ງຊາດ ໃຫ້ຂໍ້ສັງເກດວ່າ:

        “ຂ້າພະເຈົ້າຖືວ່າ ບ້ວງເງິນໜູນຊ່ວຍນີ້ ຕ້ອງໄດ້ສຸມໃສ່ຂະແໜງທີ່ເປັນເສົາຄ້ຳຂອງການເຕີບໂຕເສດຖະກິດ, ເປັນຕົ້ນແມ່ນ ຂົງເຂດສົ່ງອອກ, ປຸງແຕ່ງ, ປະດິດແຕ່ງ, ເພື່ອບໍ່ພຽງແຕ່ຮັກສາທ່ວງທ່າຟື້ນຟູຂອງປີ 2021 ເທົ່ານັ້ນ ຫາກຍັງຍາດແຍ່ງໂອກາດຈາກຕະຫຼາດໂລກເປີດປະຕູໃນປີ 2022 ນີ້ ເພື່ອເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງກວ່າ. ທີສອງ ອາດຈະແມ່ນ ຂໍກຸນແຈ ແລະ ສິ່ງທ້າທາຍ, ນັ້ນແມ່ນຕ້ອງມີຂັ້ນຕອນເປີດປະຕູເສດຖະກິດຢ່າງແຮງ, ປອດໄພ ແລະ ສະເໝີຕົ້ນສະເໝີປາຍ. ຖ້າບໍ່ເປີດປະຕູໃຫ້ແລກປ່ຽນເສດຖະກິດຄືນໃໝ່ນັ້ນ,  ຫວຽດນາມ ບໍ່ສາມາດຟື້ນຟູການຄ້າ, ການບໍລິການ ໂດຍສະເພາະແມ່ນການທ່ອງທ່ຽວໄດ້”.

ຕອບກັບ

ຂ່າວ/ບົດ​ອື່ນ