ບາດຫຼວງGulenກ່າວຫາປະທານາທິບໍດີErdoganຈັດການລັດຖະປະຫານ

ບາດຫຼວງGulenກ່າວຫາປະທານາທິບໍດີErdoganຈັດການລັດຖະປະຫານ - ảnh 1
ບາດ​ຫຼວງອິດສະ​ລາມ Fethullah Gulen
(ພາບ: Reuters)

(vovworld) - ວັນ​ທີ 17/07 ບາດ​ຫຼວງອິດສະ​ລາມ Fethullah Gulen ​ຖື​ວ່າ: ທ່ານ​ພ້ອມ​ແລ້ວ​ທີ່ຈະ​ເຄົາລົບທຸກຄວາມ​ຕັດສິນພາ​ຕົວ​ຈາກ​ຝ່າ​ຍ ອາ​ເມ​ລິ​ກາ, ພ້ອມ​ທັງ​ກ່າວ​ຫາ​ທ່ານ​ປະທານາທິບໍດີ ຕວກກີ Recep Tayyip Erdogan ​ໄດ້​ຈັດການ​ລັດຖະປະຫານ​ທີ່​ຫາ​ກໍ່​ເກີດ​ຂຶ້ນ​ຢູ່​ປະ​ເທດ​ນີ້. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວຢູ່​ລັດ Pennsylvania (ອາ​ເມ​ລິ​ກາ) ​ແຫ່ງ​ທີ່​ທ່ານ​ພວມ​ດຳລົງ​ຊີວິດ, ບາດ​ຫຼວງ Gulen ​ໃຫ້​ຮູ້​ວ່າ: ທ່ານ​ບໍ່​ເປັນ​ຫ່ວງ​ຕໍ່​ຄຳ​ຮຽກຮ້ອງ​ພາ​ຕົວ​ຂອງ​ອຳນາດ​ການ​ປົກຄອງ ຕວກກີ.

        ກ່ອນ​ໜ້າ​ນັ້ນ, ທ່ານ​ປະທານາທິບໍດີ ຕວກ​ກີ  Recep Tayyip Erdogan ​ໄດ້​ສະ​ເໜີ ວໍ​ຊິງ​ຕັນ ພາ​ຕົວບາດ​ຫລວງ​ນີ້​ກັບ​ເມືອ ຕວກກີ. ອຳນາດ​ການ​ປົກຄອງ ອາ​ເມ​ລິ​ກາ ຢືນຢັນ​ວ່າ: ຈະຊັ່ງຊາ​ທຸກ​ຄວາມ​ສະ​ເໜີ​ຂອງ Ankara ຢ່າ​ງ​ເປັນ​ທາງ​ການ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ທ່ານ John Kerry ຖື​ວ່າ: Ankara ຕ້ອງ​ສະໜອງພະຍານ​ຫລັກ​ຖານ ​ແລະ ພື້ນຖານ​ດ້ານ​ນິຕິກຳຢ່າງ​ຈະ​ແຈ້ງ ​ກ່ຽວ​ກັບ​ເລື່ອງ​ພາ​ຕົວ​ບາດ​ຫລວງ Gulen.

        ບາດ​ຫລວງ Fethullah Gulen ອາຍຸ 75 ປີ, ປະຈຸ​ບັນພວມດຳລົງ​ຊີວິດ​ຜັດ​ຖິ່ນຢູ່ລັດ Pennsylvania  ອາ​ເມ​ລິ​ກາ ​ແລະ ຖືກ​ກ່າວ​ຜູກໂທດທໍລະ​ຍົດ​ປະ​ເທດ​ຊາດ​ຊາດ. ພາຍຫລັງ​ອອກ​ຈາກ ຕວກກີ, ບາດ​ຫລວງທ່ານ​ນີ້ ຖືກ​ອ​ຳນາດ​ການ​ປົກຄອງ Ankara ກ່າວ​ຫາ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ອິດສະ​ລາມ​ຫົວ​ຮຸນ​ແຮງ.

 

 

ຂ່າວ/ບົດ​ອື່ນ