ບານເຕະຫວຽດນາມໄດ້ຮັບການຕີລາຄາສູງຈາກສື່ມວນຊົນຍີ່ປຸ່ນ

(VOVWORLD) -ຕາມສະຫະພັນບານເຕະຫວຽດນາມແລ້ວ, ພາຍຫຼັງການແຂ່ງຂັນທີ່ໜ້າປະທັບໃຈໃນ ຮອບຊິງຊະນະເລີດບານເຕະ U23 ອາຊີ 2018

ບານເຕະຫວຽດນາມໄດ້ຮັບການຕີລາຄາສູງຈາກສື່ມວນຊົນຍີ່ປຸ່ນ - ảnh 1 ບານເຕະຫວຽດນາມໄດ້ຮັບການຕີລາຄາສູງຈາກສື່ມວນຊົນຍີ່ປຸ່ນ

(ພາບ: TTXVN)

ທິມບານເຕະ U23 ຫວຽດນາມ ກໍ່ໄດ້ຮັບຄວາມສົນໃຈຈາກບັນດາແຟນບານ, ພ້ອມກັນນັ້ນ ວົງການນັກວິຊາສະເພາະຢູ່ພາຍໃນ ແລະ ຕ່າງປະເທດ, ພິເສດແມ່ນໜັງສືພິມຍີ່ປຸ່ນ ທີ່ໄດ້ຍ້ອງຍໍຊົມເຊຍທິມບານເຕະຫວຽດນາມ ຢ່າງສຸດຂີດ. ຕາມນັ້ນແລ້ວ, ເທບວີດີໂອສາລະຄະດີມຸ່ງໄປເຖິງງານມະຫາກຳກິລາ Olympic Tokyo 2020 ເຊິ່ງຫາກໍ່ໄດ້ສາຍໃນຊ່ອງໂທລະພາບ NHK ຂອງຍີ່ປຸ່ນ ໄດ້ເຕື້ອງເຖິງທິມບານເຕະພວມເຕີບໃຫຍ່ຢ່າງບຸກທະລຸດ້ວຍຄາດໝາຍແມ່ນ Olympic Tokyo 2020, ນັ້ນແມ່ນທິມບານເຕະ U23 ຫວຽດນາມ. ໃນເທບວີດີໂອສາລະຄະດີ, ຊ່ອງໂທລະພາບ NHK ຖືວ່າ, ເພື່ອຜ່ານຜ່າບັນດາສິ່ງທີ່ບໍ່ສະດວກທາງດ້ານຮ່າງກາຍໃນໄລຍະຜ່ານມາ, ຂະແໜງກິລາຫວຽດນາມ ພ້ອມກັບຄູຝຶກ Park Hang Seo ແລະ ບັນດານັກກິລາບານເຕະໄດ້ມານະພະຍາຍາມປັບປຸງດ້ວຍເລື່ອງເພີ່ມທະວີທາດບຳລຸງ ແລະ ການຝຶກແອບ. ນອກນັ້ນ, ຊ່ອງໂທລະພາບ NHK ໄດ້ຄັດເລືອກກອງໜ້າ ຫງວຽນກົງເຟື້ອງ ແມ່ນນັກເຕະບານທີ່ສ້າງຄວາມປະທັບໃຈໃນຊຸມປີມໍ່ໆມານີ້, ພ້ອມທັງກໍ່ເວົ້າເຖິງຄວາມນິຍົມບານເຕະຂອງຊາວຫວຽດນາມ ແລະ ບັນດາຈຸດວັດທະນະທຳຂອງຊາວຫວຽດນາມ… ຕອນທ້າຍຂອງເທບວີດີໂອສາລະຄະດີ, ຊ່ອງໂທລະພາບ NHK ເຊື່ອໝັ້ນວ່າ, ທິມບານເຕະຫວຽດນາມ ອາດຈະນອນໃນ 4 ທິມຂອງພາກພື້ນອາຊີ ທີ່ຈະເຂົ້າຮ່ວມງານມະຫາກຳກິລາ Olympic Tokyo 2020.

ຕອບກັບ

ຂ່າວ/ບົດ​ອື່ນ