ປີ 2014 ແມ່ນປີບານພົບ ສຳຄັນໃນວິວັດການກໍ່ສ້າງປະຊາຄົມອາຊຽນ

ປີ 2014 ແມ່ນປີບານພົບ ສຳຄັນໃນວິວັດການກໍ່ສ້າງປະຊາຄົມອາຊຽນ - ảnh 1
(ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລື່ອງ​ມິນ)

(vovworld) - ພາຍຫຼັງ​ສິ້ນສຸດ​ກອງ​ປະຊຸມ​ວົງ​ແຄບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ​ເຊິ່ງດຳ​ເນີນ​ໃນ​ວັນ​ທີ 16 – 17/01 ຢູ່ Bagan, ປະ​ເທດ​ມຽນມາ, ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອ​ງມິນ ​ໄດ້​ຕອບ​ສຳພາດ​ຕໍ່​ສື່ມວນ​ຊົນ​ກ່ຽວ​ກັບ​ບັນດາທິດທາງ ​ແລະ ​ເນື້ອ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ອາ​ຊຽນ​ໃນ​ປີ 2014.

        ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລື່ອງ​ມິນ ​ໃຫ້​ຮູ້​ວ່າ ບຸລິມະສິດ​ຂອງ​ອາ​ຊຽນ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແມ່ນ​ສຸມ​ໃສ່​ປະຕິບັດ​ບັນດາ​ມາດ​ຕະການ​ທີ່​ຍັງ​ເຫຼືອ​ໃນ​ວິວັດ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ. ປະຈຸ​ບັນ​ອາ​ຊຽນ ​ປະຕິບັດ​ໄດ້ 80% ຈຳນວນ​ມາດ​ຕະການ​​ເຊິ່ງນອນ​ໃນ 3 ວິວັດ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ ບົນ 3 ​ເສົ້າ​ຄ້ຳ. ຮອດ​ປີ 2015 ອາ​ຊຽນ ຈະປະຕິບັດ​ບັນດາ​ມາດ​ຕະການ​ຍັງ​ເຫຼືອ​ໄດ້ ຫຼື ບໍ່​ແມ່ນ​ອິ່ງ​ໃສ່ຄວາມ​ຄືບ​ໜ້າ​​ເຊິ່ງອາ​ຊຽນ ບັນລຸ​ໄດ້​ໃນ​ປີ​ບານ​ພັບ 2014 ນີ້ ​ແລະ ບົດບາດ​ຂອງ​ມຽນມາ ​ໃນ​ຖາ​ນະ​ເປັນ​ປະທານ​ອາ​ຊຽນ ​ໃນ​ປີ 2014 ສຳລັບ​ວິວັດ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ ​ແມ່ນສຳຄັນ​ທີ່​ສຸດ.

        ກ່ຽວ​ກັບ​ບົດບາດ​ຂອງ​ປະທານ​ອາ​ຊຽນ ​ໃນ​ປີ 2014 ​ແລະ ວຽກ​ງານ​ກະກຽມ​ຂອງ​ມຽນ​ມາ ​ໃຫ້​ແກ່​ບັນດາ​ກອງ​ປະຊຸມ, ທ່ານ​ເລ​ເລືອ​ງມິນ ​ເນັ້ນ​ໜັກ​ວ່າ ​ເປັນ​ຄັ້ງ​ທຳ​ອິດ​ທີ່ມຽນມາ ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ອາ​ຊຽນ ພາຍ​ຫຼັ​ງ 17 ປີທີ່​ເຂົ້າ​​ເປັນ​ສະມາຊິກ​ອາ​ຊຽນ, ​ແຕ່​ມຽນມາ ​ໄດ້​ມີ​ວິວັດ​ທະ​ນາ​ການ​ກະກຽ​ມ​ແຕ່​ດົນ​ນານ ​ໃຫ້​ແກ່​ບົດບາດ​ເປັນ​ປະທານ​ອາ​ຊຽນ​ແລ້ວ. ບັນດາ​ປະ​ເທດ​ສະມາຊິກ, ປະ​ເທດ​ຄູ່​ຮ່ວມມື ​ແລະ ຄະນະ​ເລຂາ​ອາ​ຊຽນ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​, ໜູນ​ຊ່ວຍ​ໃຫ້​ມຽນມາ ຮັບ​ດຳລົງ​ຕຳ​ແໜ່​ງ​ປະທານ​ອາ​ຊຽນ 2014 ​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ