ປີ 2015 ລະບຽບການດ້ານສ່ວນສາອາກອນ ຈະຫຼຸດຜ່ອນເທົ່າທຽນກັບປະເທດໃນພາກພື້ນ


    ປີ 2015 ລະບຽບການດ້ານສ່ວນສາອາກອນ ຈະຫຼຸດຜ່ອນເທົ່າທຽນກັບປະເທດໃນພາກພື້ນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ແລະ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວູ້​ວັນ​ນິງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວູ້​ດຶກ​ດາມ​ເຮັດ​ວຽກ​ກັບ​ກະ​ຊວງ​ການ​ເງິນ

(vovworld)- ຕອນ​ເຊົ້າ​ວັນ​ທີ 31/3, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ແລະ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວູ້​ວັນ​ນິງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວູ້​ດຶກ​ດາມ ແລະ ການ​ນຳ​ບາງ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ກະ​ຊວງ​ການ​ເງິນ​ກ່ຽວ​ກັບ​ໝາກ​ຜົນ​ການ​ປະ​ຕິ​ຮູບ​ດ້ານ​ລະ​ບຽບ​ການ​ບໍ​ລິ​ຫານ​ໃນ​ຂົງ​ເຂດ​ສ່ວນ​ສາ​ອາ​ກອນ ແລະ ປະ​ກັນ​ສັງ​ຄົມ. ກ່າວ​ຄຳ​ເຫັນ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ເນັ້ນ​ໜັກ​ວ່າ ​ການ​ປະ​ຕິ​ຮູບ​ດ້ານ​ລະ​ບຽບ​ການ​ບໍ​ລິ​ຫານ​ ແມ່ນ​ຈຸດ​ສຸມ​ຂອງແຜນ​ປະ​ຕິ​ບັດ​ງານ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ສະ​ເໜີ ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງຕ້ອງ​ມີ​ໂຄງ​ການ​ເຄື່ອນ​ໄຫວ​ຕິດ​ພັນ​ກັບ​ຈຸດ​ໝາຍ, ຂໍ້​ກຳ​ນົດ​ລະ​ອຽດ, ເພື່ອ​ຕັດ​ສິນ​ໃຈ​ປະ​ຕິ​ບັດ​ໃຫ້​ບັນ​ລຸ ແລະ ລື່ນ​ກາຍ​ຄາດ​ໝາຍ​ຂອງ ການ​ປະ​ຕິ​ຮູບ​ດ້ານ​ລະ​ບຽບ​ການ​ບໍ​ລິ​ຫານ​ໃນ​ຂົງ​ເຂດ​ສ່ວນ​ສາ​ອາ​ກອນ ແລະ ປະ​ກັນ​ສັງ​ຄົມ. ໃນ​ນັ້ນ, ​ລະ​ບຽບ​ການ​ບໍ​ລິ​ຫານ​ໃນ​ຂົງ​ເຂດ​ສ່ວນ​ສາ​ອາ​ກອນ ແລະ ປະ​ກັນ​ສັງ​ຄົມໃນ​ປີ 2015 ຈະຫຼຸດ​ຜ່ອນຫຼາຍ​ກ່​ວາ​ເມື່ອ​ທຽບ​ໃສ່​ຄາດ​ໝາຍ​ວາງ​ອອກ.

 

ຂ່າວ/ບົດ​ອື່ນ