ປ​ີ 2020 ຫວຽດ​ນາມ ຄາດ​ວ່າ ຈະ ສົ່ງ​ ແຮງ​ງານ 130.000 ຄົນໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ

(VOVWORLD) -ປີ 2020, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຄາດວ່າຈະສົ່ງ ແຮງງານ 130.000 ຄົນ ໄປເຮັດວຽກຢູ່ຕ່າງປະເທດ, ໂດຍສຸມໃສ່ ບັນດາຕະຫຼາດຄື: ຍີ່ປຸ່ນ, ໄຕຫວັນ (ຈີນ), ສ.ເກົາຫຼີ, ເຢຍລະມັນ…
ປ​ີ 2020 ຫວຽດ​ນາມ ຄາດ​ວ່າ ຈະ ສົ່ງ​ ແຮງ​ງານ 130.000 ຄົນໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ - ảnh 1ແຮງງານຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ (ພາບ: TTXVN) 

ເພື່ອບັນລຸໄດ້ຄາດໝາຍດັ່ງກ່າວ, ກະຊວງສືບຕໍ່ສ້າງຮ່າງກົດໝາຍວ່າດ້ວຍແຮງງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດໃຫ້ສົມບູນແບບຕາມ ສັນຍາ (ສະບັບປັບປຸງ), ສະເໜີຕໍ່ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ພິຈາລະນາ, ອະນຸມັດ, ເພີ່ມທະວີການໂຄສະນາ, ເຜີຍແຜ່ກົດໝາຍວ່າດ້ວຍແຮງງານ ແລະ ວິສາຫະກິດເຄື່ອນໄຫວໃນຂົງເຂດນີ້. ຄຽງຄູ່ກັນນັ້ນ, ກະຊວງໄດ້ຮຽກຮ້ອງບັນດາຫົວໜ່ວຍທີ່ກ່ຽວຂ້ອງ ສຸມໃສ່ພັດທະນາການສຶກສາວິຊາຊີບທີ່ຕິດພັນກັບການແກ້ໄຂວຽກເຮັດງານທຳພາຍໃນປະເທດ ແລະ ສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ, ເປີດກ້ວາງການຂຸດຄົ້ນ ບັນດາຕະຫຼາດທີ່ມີອິດທິພົນຊື່ສຽງ, ຈຳກັດການສົ່ງແຮງງານໄປເຮັດວຽກຢູ່ບັນດາພາກພື້ນທີ່ມີເງື່ອນໄຂເຮັດວຽກບໍ່ທັນດີເທົ່າທີ່ຄວນ.

        ຕາມຕົດເລກສະຖິຕິແລ້ວ, ປັດຈຸບັນ ຫວຽດນາມ ມີ ແຮງງານ ປະມານ 650.000 ຄົນທີ່ພວມເຮັດວຽກຢູ່ ກ່ວາ 40 ປະເທດ ແລະ ເຂດແຄ້ວນ ໃນ 30 ໝວດຂົງເຂດ ແລະ ອາຊີບທີ່ແຕກຕ່າງກັນ, ແຮງງານເຕົ້າໂຮມຫຼາຍທີ່ສຸດແມ່ນຢູ່ ຕະຫຼາດ ຍີ່ປຸ່ນ, ໄຕຫວັນ (ຈີນ) ແລະ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ