ປີ 2021, ການສົ່ງອອກນຳເຂົ້າສິນຄ້າຂອງຫວຽດນາມ ຈະບັນລຸລະດັບສະຖິຕິໃຫມ່ແມ່ນລື່ນກາຍລະດັບ 600 ຕື້ USD

(VOVWORLD) -ເປັນຄັ້ງທຳອິດ ວົງເງິນນຳເຂົ້າສົ່ງອອກອາດຈະລື່ນກາຍລະດັບ 600 ຕື້  USD ແມ່ນສິ່ງມີຄວາມໝາຍສຳຄັນເມື່ອປີນີ້ ວິສາຫະກິດຖືກຜົນກະທົບຢ່າງຫນັກຫນ່ວງທີ່ບໍ່ເຄີຍມີມາຍ້ອນໂລກລະບາດ. 
ປີ 2021, ການສົ່ງອອກນຳເຂົ້າສິນຄ້າຂອງຫວຽດນາມ ຈະບັນລຸລະດັບສະຖິຕິໃຫມ່ແມ່ນລື່ນກາຍລະດັບ 600 ຕື້ USD - ảnh 1ພາບປະກອບ:congthuong.vn

ພາຍຫລັງ 2 ປີບັນລຸລະດັບສະຖິຕິ 500 ຕື້  USD, ປີ 2021 ການສົ່ງອອກນຳເຂົ້າຂອງຫວຽດນາມ ໄດ້ຮັບການຄາດຄະເນວ່າ ຈະບັນລຸກວ່າ 600 ຕື້  USD. ຕາມທ່ານ ເຈີນແທງຫາຍ, ຮອງຫົວຫນ້າກົມສົ່ງອອກນຳເຂົ້າ (ກະຊວງອຸດສາຫະກຳ ການຄ້າ) ແລ້ວ, ຍອດວົງເງິນນຳເຂົ້າສົ່ງອອກ ອາດຈະບັນລຸປະມານ 640 – 645 ຕື້  USD ໃນປີນີ້. ນອກນັ້ນ ດຸນການຄ້າຮັກສາການສົ່ງອອກເກີນດຸນໃນລະດັບເລັກຫນ້ອຍ. ບັນດາຂະແຫນງສິນຄ້າເດີມມີທ່າແຮງຄື: ໂທລະສັບ, ເອເລັກໂຕນິກ, ເຄື່ອງຈັກ, ເຄື່ອງອາໄລ່.. ອາດຈະບັນລຸລະດັບເຕີບໂຕການສົ່ງອອກປະມານ 15 – 25% ໃນປີນີ້. ເປັນຄັ້ງທຳອິດ ວົງເງິນນຳເຂົ້າສົ່ງອອກອາດຈະລື່ນກາຍລະດັບ 600 ຕື້  USD ແມ່ນສິ່ງມີຄວາມໝາຍສຳຄັນເມື່ອປີນີ້ ວິສາຫະກິດຖືກຜົນກະທົບຢ່າງຫນັກຫນ່ວງທີ່ບໍ່ເຄີຍມີມາຍ້ອນໂລກລະບາດ.

ຕາມການສະຖິຕິ, ດັດຊະນີການຜະລິດອຸດສາຫະກຳໄດ້ເພີ່ມຂຶ້ນຄືນໃຫມ່, ຮັດແຄບຊ່ອງວ່າງຕໍ່ກັບລະດັບທີ່ບັນລຸໄດ້ໃນໄລຍະດຽວກັນຂອງປີກາຍ. ເດືອນ ຕຸລາ ດັດຊະນີການຜະລິດອຸດສາຫະກຳເພີ່ມຂຶ້ນເກືອບ 7% ເມ່ືອທຽບໃສ່ເດືອນ ກັນຍາ

ຕອບກັບ

ຂ່າວ/ບົດ​ອື່ນ