ປີ 2021, ການເຕີບໂຕ GDP ຂອງ ຫວຽດນາມ ອາດຈະບັນລຸໄດ້ 7,1%

(VOVWORLD) - ການເຕີບໂຕ GDP ປີ 2020 ຂອງ ຫວຽດນາມ ແມ່ນ 2,8% ແຕ່ອາດຈະບັນລຸໄດ້ 7,1% ໃນປີ 2021. 

ນັ້ນແມ່ນການຄາດຄະເນຂອງກຸ່ມບໍລິສັດທະນາຄານນາໆຊາດ ສິງກະໂປ UOB ປະກາດໃນວັນທີ 07 ຕຸລາ. ທະນາຄານ UOB ໃຫ້ຂໍ້ສັງເກດວ່າ ຫວຽດນາມ ບັນລຸໄດ້ລະດັບການເຕີບໂຕທີ່ເປັນໜ້າຊື່ນຊົມຄືດັ່ງກ່າວ ແມ່ນຍ້ອນ ຫວຽດນາມ ສາມາດຄວບຄຸມໄດ້ໂລກລະບາດໂຄວິດ-19 ໃນ 2 ຮອບສຳເລັດຜົນ, ສ້າງທ່ວງທ່າໃຫ້ແກ່ການຟື້ນຟູການຜະລິດເສດຖະກິດຢູ່ພາຍໃນປະເທດ. ທະນາຄານ UOB ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 3 ປີ 2020 ວ່າແມ່ນ 3% ແລະ ໄຕມາດ 4 ປີ 2020 ແມ່ນ 4%.

ຕອບກັບ

ຂ່າວ/ບົດ​ອື່ນ