ປີ 2022: ສຸມໃສ່ໂຄສະນາ, ເຜີຍແຜ່ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ

(VOVWORLD) -ບັນດາເນື້ອໃນ, ນະໂຍບາຍໃໝ່ຂອງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມປີ 2020 ແລະ ເອກະສານແນະນຳການປະຕິບັດສະບັບຕ່າງໆ ຕ້ອງໄດ້ຮັບການຍູ້ແຮງໂຄສະນາ, ເຜີຍແຜ່, ຖືນີ້ແມ່ນໜ້າທີ່ຈຸດສຸມຕ້ອງສຸມໃສ່ປະຕິບັດໃຫ້ລຸລ່ວງໃນປີ 2022 ແລະ ໃນຊຸມປີຕໍ່ໄປ.
ປີ 2022: ສຸມໃສ່ໂຄສະນາ, ເຜີຍແຜ່ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ - ảnh 1ທ່ານຮອງລັດຖະມົນຕີ ຫວໍຕວນເຍິນ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: baotainguyenmoitruong.vn)

ວັນທີ 14 ມັງກອນ, ທີ່ກອງປະຊຸມສະຫຼຸບວຽກງານປີ 2021 ແລະ ຜັນຂະຫຍາຍໜ້າທີ່ປີ 2022 ຂອງກົມໃຫຍ່ສິ່ງແວດລ້ອມ, ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ຫວໍຕວນເຍິນ ໄດ້ຕີລາຄາສູງຈິດໃຈເຮັດວຽກ ກໍຄືຮັບຮູ້ໝາກຜົນເຊິ່ງກົມໃຫຍ່ບັນລຸໄດ້ໃນປີ 2021 ແລະ ໃສ່ໃຈໜ້າທີ່ຈຸດສຸມໃນປີ 2022.

        ຕາມທ່ານຮອງລັດຖະມົນຕີ ຫວໍຕວນເຍິນ ແລ້ວ, ບັນດາເນື້ອໃນ, ນະໂຍບາຍໃໝ່ຂອງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມປີ 2020 ແລະ ເອກະສານແນະນຳການປະຕິບັດສະບັບຕ່າງໆ ຕ້ອງໄດ້ຮັບການຍູ້ແຮງໂຄສະນາ, ເຜີຍແຜ່, ຖືນີ້ແມ່ນໜ້າທີ່ຈຸດສຸມຕ້ອງສຸມໃສ່ປະຕິບັດໃຫ້ລຸລ່ວງໃນປີ 2022 ແລະ ໃນຊຸມປີຕໍ່ໄປ. ພ້ອມກັນນັ້ນແມ່ນຝຶກອົບຮົມ, ບຳລຸງສ້າງດ້ານວິຊາການໃຫ້ພະນັກງງານ, ລັດຖະກອນ, ພາລະກອນທີ່ວຽກງານປົກປັກຮັກສາສິ່ງແວດລ້ອມ ດ້ວຍຫຼາຍຮູບຫຼາຍແບບທີ່ເໝາະສົມ, ບັນລຸປະສິດທິຜົນ; ມີມາດຕະການຍົກສູງສະຕິຄວາມຮັບຮູ້, ຄວາມຮັບຜິດຊອບຂອງປະຊາຊົນ ໃນການປະຕິບັດຂໍ້ກຳນົດຂອງກົດໝາຍກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ