ປີ 2024, ຈະມີວິສາຫະກິດອີກ 230.500 ແຫ່ງເຂົ້າຮ່ວມພື້ນຖານເສດຖະກິດ

(VOVWORLD) - ຕາມກົມໃຫ່ຍສະຖິຕິແລ້ວ, ທ່າອ່ຽງການຂະຫຍາຍຕົວເສດຖະກິດຂອງ ຫວຽດນາມ ໄດ້ຮັບການສືບຕໍ່ຟື້ນຟູຢ່າງຕັ້ງໜ້າ. ບັນດານະໂຍບາຍໜູນຊ່ວຍທີ່ປະກາດໃຊ້ໃນປີທີ່ຜ່ານມາໄດ້ສົ່ງຜົນກະທົບຢ່າງຈະແຈ້ງ.
ປີ 2024, ຈະມີວິສາຫະກິດອີກ  230.500 ແຫ່ງເຂົ້າຮ່ວມພື້ນຖານເສດຖະກິດ - ảnh 1ພາບປະກອບ

ກົມໃຫ່ຍສະຖິຕິໃຫ້ຮູ້ວ່າ: ໃນປີນີ້ຈຳນວນວິສາຫະກິດສ້າງຕັ້ງໃໝ່ຄາດວ່າຈະເພີ່ມຂຶ້ນ 2% ເມື່ອທຽບໃສ່ປີກາຍ, ບັນລຸປະມານ 162.500 ວິສາຫະກິດ. ພ້ອມກັນນັ້ນ, ອາດຈະມີປະມານ 68.000 ວິສາຫະກິດກັບຄືນມາດຳເນີນທຸລະກິດ, ເພີ່ມຂຶ້ນ 16%. ສະນັ້ນ, ໃນປີນີ້ມີທັງໝົດວິສາຫະກິດອີກ 230.500 ແຫ່ງເຂົ້າຮ່ວມພື້ນຖານເສດຖະກິດ. ການຄາດຄະເນດັ່ງກ່າວໂດຍອົງການສະຖິຕິໄດ້ຍົກອອກມາແມ່ນໄດ້ອີງຕາມສະພາບການລົງທະບຽນວິສາຫະກິດຂອງປີກາຍ, ແງ່ຫວັງເສດຖະກິດທົ່ວໂລກ ແລະ ພາຍໃນປະເທດໃນໄລຍະທີ່ຈະມາເຖິງ. ຕາມກົມໃຫ່ຍສະຖິຕິແລ້ວ, ທ່າອ່ຽງການຂະຫຍາຍຕົວເສດຖະກິດຂອງ ຫວຽດນາມ ໄດ້ຮັບການສືບຕໍ່ຟື້ນຟູຢ່າງຕັ້ງໜ້າ. ບັນດານະໂຍບາຍໜູນຊ່ວຍທີ່ປະກາດໃຊ້ໃນປີທີ່ຜ່ານມາໄດ້ສົ່ງຜົນກະທົບຢ່າງຈະແຈ້ງ. ບັນດາກຳລັງໜູນການລົງທຶນ (ການລົງທຶນພາກເອກະຊົນ, ລົງທຶນຕ່າງປະເທດ, ລົງທຶນພາກລັດ, ວິສາຫະກິດແຫ່ງລັດ), ການບໍລິໂພກ, ທ່ອງທ່ຽວ ແລະ ການສົ່ງອອກສືບຕໍ່ເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ