ປີ2015ລາຍຮັບງົບປະມານຂອງລັດລື່ນກາຍແຜນງົບປະມານປະມານ46.000ຕື້ດົ່ງ

ປີ2015ລາຍຮັບງົບປະມານຂອງລັດລື່ນກາຍແຜນງົບປະມານປະມານ46.000ຕື້ດົ່ງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ
ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 30/12, ຢູ່​ຮ່າ​ໂນ້ຍ, ກະຊວງ​ການ​ເງິນ​​ໄດ້ຈັດ​ຕັ້ງ​ກອງ​ປະຊຸມ​​ໂດຍ​ກົງທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດສະຫລຸບ​ວຽກ​ງານ​ການ​ເງິນ - ງົບປະມານ​ແຫ່ງ​ລັດ​ປີ 2015 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2016. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ເນັ້ນ​ໜັກ​ວ່າ: ຂະ​ແໜງ​​ການ​ເງິນ​ຄວນ​ມີວິທີ​ການ​ທີ່​ເໝາະ​ສົມ​ກ່ຽວ​ກັບ​ແຫຼ່ງ​​ລາຍ​ຮັບ​​​ງົບປະມານ​ຂອງລັດ ​ໃນສະພາວະ​ທີ່ລາຄາ​ນ້ຳມັນ​ໂລກ​ສືບ​ຕໍ່​ຫລຸດ​ລົງ; ສ້າງ​ໂຄງ​ປະກອບ​ແຫຼ່ງລາຍ​ຈ່າຍ​ກໍ​ຄືໜີ້​ສາທາລະນະ​ຄືນ​ໃໝ່ ​ເພື່ອ​ຮັບປະກັນ​ຄວາມປອດ​ໄພ ​ແລະ ຄວາມໝັ້ນຄົງ. ການ​ບໍລິຫານລາຍ​ຈ່າຍງົບປະມານຕ້ອງ​ຮັບປະກັນຄ່າ​ໃຊ້​ຈ່າຍ​ສາມາດ ຕອບ​ສະໜອງ​​ໃຫ້​ແກ່ການ​ພັດທະນາ​ເສດຖະກິດ - ສັງຄົມ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ໄດ້. ຄຽງ​ຄູ່​ກັນ​ນັ້ນ, ຂະ​ແໜງ​​ການ​ເງິນ​ກໍ່ປັບປຸງ​ບັນດາ​ກົນ​ໄກ​ນະ​ໂຍບາຍ​ໂດຍພື້ນຖານ ​ເພື່ອຫັນລັດວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ​​ໃຫ້​ໄດ້ 95% ​ຂອງແຜນການ. ຂະ​ແໜງ​ການ​ເງິນ​ກໍ່ນຳ​ໜ້າ​ໃນ​ການ​ປະຕິ​ຮູບລະບຽບ​ການ​ບໍລິຫານ, ວຽກ​ງານ​ຄຸ້ມ​ຄອງ​ລາຄາກໍ່​ມີ​ຄວາມ​ກ້າວໜ້າ​ຫລາຍ​ຢ່າງ.

        ປີ 2016, ບົນພື້ນຖານການຄາດ​ຄະ​ເນ​ສະພາບ​ເສດຖະກິດ​ໂລກ ​ແລະ ພາຍ​ໃນ​ປະ​ເທດ, ລັດຖະບານ​ໄດ້​ຍື່ນສະ​ເໜີຕໍ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ແຜນ​​ລາຍ​ຮັບ​ງົບປະມານ​ຂອງ​ລັດ​ປີ 2016 ​ໃຫ້​ມີ​ຄວາມ​ດຸ່ນດ່ຽງ. ​ເນື່ອງ​ໃນ​ໂອກາດ​ນີ້ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​ມອບ​ນາມມະຍົດ​ວິລະ​ຊົນ​ແຮງ​ງານ​ໄລຍະ​ປ່ຽນໃໝ່​ໃຫ້​ກົມ​ອາກອນ​ຮ່າ​ໂນ້ຍ.

 

ຂ່າວ/ບົດ​ອື່ນ