ປຸກ​ລະ​ດົມການ​ຕອບ​ສະ​ໜອງ​ເດືອນ​ກະ​ທຳ​ເພື່ອ​ຜູ້​​ມີອາ​ຍຸ​ສູງ ຫວຽດ​ນາມ

(VOVWORLD) -  ຕອນຄ່ຳວັນທີ 30 ກັນຍາ, ຢູ່ນະຄອນ ຮ່າຕິງ (ແຂວງ ຮ່າຕິງ), ສູນກາງສະມາຄົມຜູ້ອາຍຸກສູງ ຫວຽດນາມ ໄດ້ຈັດພິທີປຸກລະດົມການຕອບສະໜອງເດືອນກະທຳເພື່ອຜູ້ມີອາຍຸສູງ ຫວຽດນາມ.
ປຸກ​ລະ​ດົມການ​ຕອບ​ສະ​ໜອງ​ເດືອນ​ກະ​ທຳ​ເພື່ອ​ຜູ້​​ມີອາ​ຍຸ​ສູງ ຫວຽດ​ນາມ - ảnh 1ທ່ານປະທານສະມາຄົມຜູ້ມີອາຍຸສູງ ຫວຽດນາມ ຫງວຽນແທັງບິ່ງ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ທີ່ພິທີປຸກລະດົມ, ທ່ານປະທານສະມາຄົມຜູ້ມີອາຍຸສູງ ຫວຽດນາມ ຫງວຽນແທັງບິ່ງ ໄດ້ເນັ້ນໜັກວ່າ ໃນປະຫວັດສາດແຫ່ງການພັດທະນາປະເທດຊາດ, ຜູ້ມີອາຍຸສູງ ໄດ້ປະກອບສ່ວນຢ່າງໃຫ່ຍຫຼວງ ເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ທ່ານຢັ້ງຢືນວ່າ ຜູ້ມີອາຍຸສູງ ແມ່ນຊັບສົມບັດອັນລ້ຳຄ່າຂອງຊາດ, ແມ່ນກຳລັງສຳຄັນຂອງປະເທດ ແລະ ແມ່ນເສົາຄ້ຳສຳຄັນຂອງຄອບຄົວ ແລະ ສັງຄົມຫວຽດນາມ. ຫົວຂໍ້ຂອງເດືອນກະທຳປີ 2023 ແມ່ນ “ຜູ້ມີອາຍຸສູງໄດ້ຮັບການເສີມຂະຫຍາຍ ແລະ ເບິ່ງແຍງດູແລຢ່າງຄົບຖ້ວນ” ມີຄວາມໝາຍດ້ານມະນຸດສະທຳທີ່ເລິກເຊິ່ງ, ພິເສດໃນສະພາບການ ຫວຽດນາມ ແມ່ນປະເທດມີອັດຕາຈຳນວນຜູ້ມີອາຍຸສູງເພີ່ມຂຶ້ນໂດຍໄວ ແລະ ແມ່ນກຳລັງຕ້ອງໄດ້ຮັບການເສີມຂະຫຍາຍຢ່າງຄົບຖວ້ນ.

ທີ່ພິທີ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ໄດ້ປຸກລະດົມການຕອບສະໜອງເດືອນກະທຳເພື່ອຜູ້ມີອາຍຸສູງ ຫວຽດນາມ. ທ່ານໂດວັນຊຽນ ເນັ້ນໜັກວ່າ ພັກ, ລັດ ແລະ ທົ່ວສັງຄົມ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ຢ່າງເລິກເຊິ່ງ, ການເບິ່ງແຍງດູແລທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ຜູ້ມີອາຍຸສູງ.

ຕອບກັບ

ຂ່າວ/ບົດ​ອື່ນ