ປຸກ​ລະ​ດົມ​ການ​ເ​ສັງຊີງ​ລາງວັນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ຖະ​ແຫຼງ​ຂ່າວ​ໃຫ້​ຕ່າງ​ປະ​ເທດ ຄັ້ງ​ທີ VIII

(VOVWORLD) - ເປົ້າໝາຍທີ່ເຂົ້າຮ່ວມການເສັງດັ່ງກ່າວແມ່ນຊາວ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ ຫຼື ຊາວຕ່າງປະເທດ. ບັດດາຜົນງານທີ່ໄດ້ຮັບການພິຈາລະນາມອບລາງວັນແມ່ນ ຜົນງານທີ່ໄດ້ເອົາລົງ, ອອກອາກາດຜ່ານສື່ມວນຊົນ; ພິມຈຳໜ່າຍ, ປະກາດ ແລະ ໝູນໃຊ້ຢູ່ພາຍໃນ ແລະ ຕ່າງປະເທດ, ແຕ່ວັນທີ 1 ກໍລະກົດປີ 2021 ຫາວັນທີ 30 ມິຖຸນາ 2022. 
ປຸກ​ລະ​ດົມ​ການ​ເ​ສັງຊີງ​ລາງວັນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ຖະ​ແຫຼງ​ຂ່າວ​ໃຫ້​ຕ່າງ​ປະ​ເທດ ຄັ້ງ​ທີ VIII - ảnh 1ທ່ານເລຫາຍບິ່ງ ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ (ພາບ: VOV)

ຕອນເຊົ້າວັນທີ 19 ເມສາ, ຢູ່ສຳນັກງານໜັງສືພິມ ເຍິນເຢິນ ສຽງສູນກາງພັກກອມມູນິດ ຫວຽດນາມ, ຄະນະໂຄສະນາສຶກສາສູນກາງພັກ, ຄະນະຊີ້ນຳວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ ເປັນເຈົ້າພາບ, ສົມທົບກັບໜັງສືພິມເຍິນເຢິນ ແລະ ບັນດາອົງການທີ່ກ່ຽວຂ້ອງ ຈັດຕັ້ງກອງປະຊຸມຖະແຫຼງຂ່າວປຸກລະດົມການເສັງຊີງລາງວັນທົ່ວປະເທດກ່ຽວກັບການຖະແໜງຂ່າວໃຫ້ຕ່າງປະເທດຄັ້ງທີ VIII ແລະ ສະເໜີຕໍ່ຜູ້ອ່ານປື້ມ “ຊື່ສຽງຮຽງນາມຂອງປະເທດຊາດ, ພາລະກິດຢ່າງໃຫຍ່ຫຼວງຂອງ ຫວຽດນາມ - ຂີດໝາຍປີ 2021”.

        ເປົ້າໝາຍທີ່ເຂົ້າຮ່ວມການເສັງດັ່ງກ່າວແມ່ນຊາວ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ ຫຼື ຊາວຕ່າງປະເທດ. ບັດດາຜົນງານທີ່ໄດ້ຮັບການພິຈາລະນາມອບລາງວັນແມ່ນ ຜົນງານທີ່ໄດ້ເອົາລົງ, ອອກອາກາດຜ່ານສື່ມວນຊົນ; ພິມຈຳໜ່າຍ, ປະກາດ ແລະ ໝູນໃຊ້ຢູ່ພາຍໃນ ແລະ ຕ່າງປະເທດ, ແຕ່ວັນທີ 1 ກໍລະກົດປີ 2021 ຫາວັນທີ 30 ມິຖຸນາ 2022. ລາງວັນດັ່ງກ່າວຈະມອບໃຫ້ຜົນງານທີ່ນອນໃນລາຍການ ໜັງສືພິມສະບັບພາສາຫວຽດ, ໜັງສືພິມເອເລັກໂຕນິກ, ເວັບໄຊພາກ ພາສາ ຫວຽດ, ວິທະຍຸ, ໂທລະພາບ, ຮູບຖ່າຍ, ປື້ມ, ຄຼິບວິດີໂອ ແລະ ຂໍ້ລິເລີ່ມ, ແນວຄວາມຄິດ, ຜະລິດຕະພັນທີ່ມີຄຸນຄ່າຮັບໃຊ້ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ.

        ໃນກອງປະຊຸມຖະແຫຼງຂ່າວນີ້, ຄະນະຈັດຕັ້ງກໍໄດ້ນຳສະເໜີຕໍ່ຜູ້ອ່ານປຶ້ມ “ຊື່ສຽງຮຽງນາມຂອງປະເທດຊາດ, ພາລະກິດຢ່າງໃຫຍ່ຫຼວງຂອງ ຫວຽດນາມ - ຂີດໝາຍປີ 2021” ເຊິ່ງໄດ້ເນັ້ນໜັກເຖິງຜົນງານ, ໝາກຜົນທີ່ຫວຽດນາມ ບັນລຸໄດ້ໃນປີ 2021, ປີທຳອິດປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ./.

 

ຕອບກັບ

ຂ່າວ/ບົດ​ອື່ນ