ປຸກລະດົມການເສັງປະດິດສັນຍາລັກ “ການຫັນເປັນດີຈີຕອນແຫ່ງຊາດ”

(VOVWORLD) -ສັນຍາລັກ (logo) ຕ້ອງສະແດງໃຫ້ເຫັນວິໄສທັດຂອງໂຄງການຫັນເປັນດີຈີຕອນແຫ່ງຊາດດ້ວຍ 3 ເສົ້າຄ້ຳແມ່ນ: ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ.
ປຸກລະດົມການເສັງປະດິດສັນຍາລັກ “ການຫັນເປັນດີຈີຕອນແຫ່ງຊາດ” - ảnh 1ພິທີປຸກລະດົມ
(ພາບ: Vietnam+)

ຕອນບ່າຍວັນທີ 05 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ຈັດພິທີປຸກລະດົມການເສັງປະດິດສັນຍາລັກ “ການຫັນເປັນດີຈີຕອນແຫ່ງຊາດ”. ສັນຍາລັກ (logo) ຕ້ອງສະແດງໃຫ້ເຫັນວິໄສທັດຂອງໂຄງການຫັນເປັນດີຈີຕອນແຫ່ງຊາດດ້ວຍ 3 ເສົ້າຄ້ຳແມ່ນ: ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ.

        ຄະນະຈັດຕັ້ງຈະຮັບເອກະສານເຂົ້າຮ່ວມການເສັງຕາມຮູບແບບໂດຍກົງ ແລະ ທາງໄກແຕ່ວັນທີ 05 ກໍລະກົດ ຫາວັນທີ 05 ກັນຍາ. ລາງວັນການເສັງຈະມອບໃນເດືອນ ກັນຍາ 2022. ນອກຈາກໃບຢັ້ງຢືນຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ແລ້ວ, ເຈົ້າຂອງຜົນງານ, ຫົວໜ່ວຍທີ່ຄວ້າໄດ້ລາງວັນຍັງຈະໄດ້ຮັບເງິນຈຳສົດນວນ 100 ລ້ານດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ