ປຸກລະດົມການເສັງອອກແບບ logo APEC 2017 ຢູ່ຫວຽດນາມ

ປຸກລະດົມການເສັງອອກແບບ logo  APEC 2017 ຢູ່ຫວຽດນາມ - ảnh 1
(ພາບ​ປະ​ກອບ)

(vovworld) –​ ການ​ເສັງອອກ​ແບບ logo APEC 2017 ຢູ່​ຫວຽດ​ນາມ, ໂດຍ​ກົມວິ​ຈິດ​ສິນ, ຖ​່າຍ​ຮູບ ແລະ ວາງ​ສະ​ແດງ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່​ອງ​ທ່ຽວ ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ APEC 2017 ປຸ​ກ​ລະ​ດົມ​ໃນ​ຕອນ​ເຊົ້າ​ວັນ​ທີ 03/03 ຢູ່​ຮ່າ​ໂນ້ຍ. ການ​ເສັງ​ອອກ​ແບບ​ logo APEC 2017 ຈະຄັດ​ເລືອກ​ການ​ອອກ​ແບບ​ 5 ສັນ​ຍາ​ລັກມີ​ປັດ​ໃຈ​ພື້​ນ​ຖານຂອງ​ເວ​ທີ​ປ​າ​ໄສ APEC ສະ​ຕະ​ວັດ​ທີ 21 ລວມ​ມີ: ການ​ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ຫົວ​ຄິດ​ປະ​ດິ​ດ​ສ້າງ, ສາ​ມັກ​ຄີ, ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ, ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ຈຸດ​ທີ່​ເປັນ​ເອ​ກະ​ລັກສະ​ເພາະ, ສີ​ສັນ​ຫວຽດ​ນາມ. ເປົ້າ​ໝາຍ​ເຂົ້າ​ຮ່ວມ​ແມ່ນ​​ນັກ​ແຕ້ມ​ຮູບ​ໃນ​ທົ່ວ​ປະ​ເທດ. ຄະ​ນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ທີ 1 ໜຶ່ງ​ລາງວັນ ແມ່ນ logo ທາງ​ການ​ໃຫ້​ປີ APEC 2017 ເພື່ອ​ນຳ​ໃຊ້​ໃນ​ທຸກ​ການ​ເຄື່ອນ​ໄຫວ​ກ່ຽວ​ຂ້ອງ​ເຖິງ APEC 2017 ຢູ່​ຫວຽດ​ນາມ. ເວ​ລາ​ຮັບ​​ສຳ​ເນົາ​ເອ​ກະ​ສານ​ເຂົ້າ​ຮ່ວມ​ການເສັງ​​ແມ່ນຮອດ​ວັນ​ທີ 04/04/2016.

ຕອບກັບ

ຂ່າວ/ບົດ​ອື່ນ