ປຸກລະດົມການແຂ່ງຂັນປະຕິບັດວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະພາປະຊາຊົນ

ປຸກລະດົມການແຂ່ງຂັນປະຕິບັດວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະພາປະຊາຊົນ - ảnh 1
(ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ
​ເປັນ​ປະທານ​ກອງ​ປະຊຸມ​ກັບ​ບັນດາ​ອົງການ​ສຳນັກງານ​ທີ່​ກ່ຽວຂ້ອງ)

(vovworld) – ຕອນ​ບ່າຍ​ວັນ​ທີ 23/12, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ, ຮອງ​ປະທານ​ຜູ້​ທີ 1 ສະພາ​ແຂ່ງຂັນ - ຍ້ອງຍໍ​ສູນ​ກາງ, ຮອງ​ປະທານ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ, ​ເປັນ​ປະທານ​ກອງ​ປະຊຸມ​ກັບ​ບັນດາ​ອົງການ​ສຳນັກງານ​ທີ່​ກ່ຽວຂ້ອງ ​​ໄດ້ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ແຜນການ​ຈັດ​ຕັ້ງ​ການປຸກລະດົມ​ຂະ​ບວນການ​ແຂ່ງຂັນ​ປະຕິບັດ​ວຽກ​ງານ​ເລືອກ​ຕັ້ງ​ສະມາ​ຊິກ​ສະພາ​ແຫ່ງ​ຊາດຊຸດ​ທີ 14 ​ແລະ ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021. ຈຸດປະສົງ​ຂອງ​ການ​ແຂ່ງ​ຂັນ​ຄັ້ງ​ນີ້ ​ແມ່ນ​ປະຕິບັດ​ວຽກ​ງານ​ເລືອກ​ຕັ້ງ​ເປັນ​ຢ່າງ​ດີ ​ເພື່ອບັນລຸ​ໄດ້​ຄາດໝາຍ, ຄວາມ​ຮຽກຮ້ອງ​ຕ້ອງການ, ໜ້າ​ທີ່​​ເຊິ່ງພັກ, ລັດ​​ໄດ້​ວາງ​ອອກ, ​​ເສີມ​ຂະຫຍາຍ​ກຳລັງ​ແຮງມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​, ຈັດ​ຕັ້ງ​ປະຕິບັດ​ການ​ເລືອກ​ຕັ້ງ ​ເພື່​ອຮັບປະກັນ​ປະຊາທິປະ​ໄຕ, ຖືກ​ກັບ​ກົດໝາຍ, ປອດ​ໄພ, ປະຢັດ. ​​ເນື້ອ​ໃນ​ແຂ່ງຂັນ ​ແລະ ວຽກ​ງານ​ຍ້ອງຍໍ​ ຮັບປະກັນ​ຄວາມ​ແທດ​ຈິງ, ຊັດ​ເຈນ, ​ເໝາະສົມ​ກັບ​ສະພາບ​ການ​ຕົວ​ຈິງ​ຂອງ​ແຕ່ລະ​ທ້ອງ​ຖິ່ນ, ຫົວໜ່ວຍ.

        ສະຫລຸບ​ກອງ​ປະຊຸມ, ທ່ານ​ນາງ​ຮອງ​ປະທານ​ປະ​ເທ​ດ ຫງວຽນທິຢວານ ສະ​ເໜີ​ຄວນ​ສ້າງ​ແຜນການ​ລະອຽດ​​ໃຫ້​ຂະ​ບວນການ​ແຂ່ງຂັນ, ພິ​ເສດ​ແມ່ນ​ການ​ຍ້ອງຍໍ​​ສ່ວນ​ບຸກຄົນ, ໝູ່​ຄະນະ ຕ້ອງ​ປະຕິບັດຕາມ​ບັນດາມາດຖານ​ຄື​: ປະຕິບັດ​​ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ; ຮັບປະກັນ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ກ່ອນ, ​ໃນ ​ແລະ ພາຍຫລັງ​ວັນ​ເລືອກ​ຕັ້ງ ​ແກ້​ໄຂການຮ້ອງທຸກ​, ກ່າວ​ໂທດ​ຂອງພົນລະ​ເມືອງ​ກ່ຽວ​ກັບ​ການ​ເລືອກ​ຕັ້ງໃຫ້​ດີ ​ແລະ ທັນ​ການ. ຕາມມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ແລ້ວ, ວັນ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021 ​ຈະ​ຖືກ​ຈັດ​ຕັ້ງ​ໃນວັນ​ທີ 22/5/2016.

 

ຂ່າວ/ບົດ​ອື່ນ