ປຸກລະດົມຕອບສະໜອງ“ວັນທົ່ວປວງຊົນປ້ອງກັນຕ້ານການຄ້າມະນຸດ”

ປຸກລະດົມຕອບສະໜອງ“ວັນທົ່ວປວງຊົນປ້ອງກັນຕ້ານການຄ້າມະນຸດ” - ảnh 1
ປຸກລະດົມຕອບສະໜອງ“ວັນທົ່ວປວງຊົນປ້ອງກັນຕ້ານການຄ້າມະນຸດ”
(ພາບ: Baomoi.com)

(vovworld) - ​ ຕອນ​ເຊົ້າ​ວັນ​ທີ 30/07 ຢູ່​ນະຄອນ ລາວ​ກາຍ, ກະຊວງ​ຕຳຫລວດ ຫວຽດນາມ ສົມທົບ​ກັບ​ສູນ​ກາງ​ສະຫະພັນ​ແມ່​ຍິງ ຫວຽດນາມ ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງ ລາວ​ກາຍ ຈັດ​ຕັ້ງ​ພິທີ​ປຸກລະດົມ​ຕອບ​ສະໜອງ “ວັນ​ທົ່ວ​ປວງ​ຊົນ​ປ້ອງ​ກັນ​ຕ້ານ​ການ​ຄ້າ​ມະນຸດ” ປີ 2016 ດ້ວຍ​ຈຸດປະສົງ​ແມ່ນ ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ການ​ຄ້າ​ມະນຸດ​ໃນ​ທົ່ວ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ປຸກລະດົມ, ທ່ານ​ນາງ ຫງວຽນ​ທິທູ​ຮ່າ ປະທານ​ສະຫະພັນ​ແມ່ຍິງ ຫວຽດນາມ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​​ເຫດການ​ພິ​ເສດ ທີ່​ເປັນຂີດ​ໝາຍ​ປີ​ທຳ​ອິດ ລັດຖະບານ​ເລືອກ​ເຟັ້ນວັນ​ທີ 30/07 ​ແມ່ນ​ວັນ​ທົ່ວ​ປວງ​ຊົນ​ປ້ອງ​ກັນ​ຕ້ານ​ການ​ຄ້າຂາຍ​ມະນຸດ ​ເພື່ອ​ແນ​ໃສ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ທົ່ວ​ສັງຄົມ​. ພິທີ​ປຸກລະດົມ​ມີ​ຄວາມ​ໝາ​ຍສຳຄັນ​ໃນ​ການ​ປະກອບ​ສວ່ນສະກັດ​ກັ້ນ, ຍູ້ອາດ​ສະ​ຍາ​ກຳຄ້າ​ຂາຍ​ມະນຸດ​ໃນ​ທົ່ວປະ​ເທດ​ໃຫ້​ຖອຍ​ໄປ. ​ເລື່ອງ​ເລືອກ​ເຟັ້ນ​ແຂວງ ລາວ​ກາຍ ​ແມ່ນ​ແຫ່ງ​ຈັດ​ຕັ້ງ​ພິທີ​ປຸກລະດົມ​ຄັ້ງ​ທຳ​ອິດ ມີ​ຄວາມ​ໝາຍ​ໃຫຍ່​ຫລວງ ​ທີ່​ສຸດ​ເພາະວ່າ ນີ້​ແມ່ນ​ທ້ອງ​ຖິ່ນມີ​ສະພາບ​ສັບສົນ​ກ່ຽວ​ກັບ​ການ​ຄ້າມະນຸດ​ໃນ​ໄລຍະ​ຜ່ານ​ມາ, ຜ່ານ​ນັ້ນ ​ເພື່ອ​ແນ​ໃສ່​ໂຄສະນາ​ກ້ວາງ​ຂວາງ​ເຖິງ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ, ທຸກ​ອົງການ, ອົງ​ການຈັດ​ຕັ້ງ​ມະຫາຊົນ ​ແລະ ປະຊາຊົນ ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ການ​ຄ້າ​ມະນູ​ດຢູ່​ແຂວງ ລາວ​ກາຍ ​ເວົ້າ​ສະ​ເພາະ ​ແລະ ​ແຜ່​ຂະຫຍາຍ​ຢ່າງ​ກ້ວາງ​ຂວາງໃນຂອບ​​ເຂດ​ທົ່ວ​ປະ​ເທດ ​ເວົ້າ​ລວມ.

ຕອບກັບ

ຂ່າວ/ບົດ​ອື່ນ