ປຸກ​ລະ​ດົມ​ທົ່ວ​ປວງ​ຊ​ົນ​ປະ​ຕິ​ບັດ​ການ​ປະ​ຢັດ​ໄຟ​ຟ້າ ແລະ ​ຈັດການ​ແລ່ນ​ເພື່ອ​ຕອ​ບ​ສະ​ໜອງ​ບັ້ນ​ເຄື່ອນ​ໄຫວ​ໂມງ​ໜ່ວຍ​ໂລກ ປີ 2024

(VOVWORLD) -  “ການແຂ່ງຂັນແລ່ນ ຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກ ດ້ວຍການເຂົ້າຮ່ວມຂອງນັກກິລາອາຊີບ ແລະ ສະໝັກຫຼີ້ນ ກວ່າ 1.500 ຄົນ ຈະປະກອບສ່ວນສຽງເວົ້າ, ແຜ່ກະຈາຍສານທີ່ວ່າ “ປະຢັດໄຟຟ້າ - ກາຍເປັນຄວາມຊີນເຄີຍ” ເຖິງວົງຄະນະຍາດ ເພື່ອພ້ອມກັນເຂົ້າຮ່ວມບັ້ນເຄື່ອນໄຫວ ປະຕິບັດການປະຢັດໄຟຟ້າໃນຕະຫຼອດ 365 ວັນໃນປີ, ເພື່ອນຳການປະຢັດໄຟຟ້າກາຍເປັນຄວາມຊີນເຄີຍຢູ່ທຸກບ່ອນ, ທຸກເວລາ”.
ປຸກ​ລະ​ດົມ​ທົ່ວ​ປວງ​ຊ​ົນ​ປະ​ຕິ​ບັດ​ການ​ປະ​ຢັດ​ໄຟ​ຟ້າ ແລະ ​ຈັດການ​ແລ່ນ​ເພື່ອ​ຕອ​ບ​ສະ​ໜອງ​ບັ້ນ​ເຄື່ອນ​ໄຫວ​ໂມງ​ໜ່ວຍ​ໂລກ ປີ 2024 - ảnh 1ການແຂ່ງຂັນແລ່ນ ຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກ  ດຶງດູດຜູ້ເຂົ້າຮ່ວມເປັນຈຳນວນຫຼາຍ (ພາບ: VOV)

ໃນຂອບເຂດໂຄງການແຫ່ງຊາດກ່ຽວກັບການນຳໃຊ້ພະລັງງານແບບປະຢັດ ແລະ ມີປະສິດທິຜົນ ໄລຍະ 2019 – 2030, ຕອນເຊົ້າວັນທີ 16 ມີນາ, ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຈັດພິທີປຸກລະດົມທົ່ວປວງຊົນປະຕິບັດການປະຢັດໄຟຟ້າ ແລະ ການແຂ່ງຂັນແລ່ນເພື່ອຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກ ປີ 2024, ຢູ່ສວນສາທາລະນະ ທົ໊ງເຍິດ, ຮ່າໂນ້ຍ.

        ເຫດການແນໃສ່ແຜ່ກະຈາຍສານທີ່ວ່າ “ປະຢັດໄຟຟ້າ ກາຍເປັນຄວາມຊີນເຄີຍ” ໃນໂຄງການປະຢັດໄຟຟ້າ ໄລຍະ 2020 – 2025. ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຊິງເຍິດເຕິນ ໃຫ້ຮູ້ວ່າ ໃນເດືອນ ມີນາ, ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຈັດການເຄື່ອນໄຫວຫຼາຍຢ່າງເພື່ອຕອບສະໜອງບັ້ນເຄື່ອນໄຫວ. ກ່ຽວກັບການແຂ່ງຂັນແລ່ນ ຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກ ປີ 2024, ທ່ານຮອງລັດຖະມົນຕີ ຫງວຽນຊິງເຍິດເຕີນ ເນັ້ນໜັກວ່າ:

        “ການແຂ່ງຂັນແລ່ນ ຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກ ດ້ວຍການເຂົ້າຮ່ວມຂອງນັກກິລາອາຊີບ ແລະ ສະໝັກຫຼີ້ນ ກວ່າ 1.500 ຄົນ ຈະປະກອບສ່ວນສຽງເວົ້າ, ແຜ່ກະຈາຍສານທີ່ວ່າ “ປະຢັດໄຟຟ້າ - ກາຍເປັນຄວາມຊີນເຄີຍ” ເຖິງວົງຄະນະຍາດ ເພື່ອພ້ອມກັນເຂົ້າຮ່ວມບັ້ນເຄື່ອນໄຫວ ປະຕິບັດການປະຢັດໄຟຟ້າໃນຕະຫຼອດ 365 ວັນໃນປີ, ເພື່ອນຳການປະຢັດໄຟຟ້າກາຍເປັນຄວາມຊີນເຄີຍຢູ່ທຸກບ່ອນ, ທຸກເວລາ”.

        ໃນຂອບເຂດຂອງລາຍການ, ຄະນະຈັດຕັ້ງກໍໄດ້ປຸກລະດົມການແຂ່ງຂັນແລ່ນແບບທາງໄກ ເຊິ່ງດຳເນີນແຕ່ເວລາ 12 ໂມງວັນທີ 16 ມີນາ ຮອດ 23 ໂມງ 59 ນາທີ ຂອງວັນທີ 31 ມີນາ, ຜ່ານແອັບຟະຣີເຄຊັນ Uprace.

ຕອບກັບ

ຂ່າວ/ບົດ​ອື່ນ