ປຸກລະດົມທົ່ວປວງຊົນສະໜັບສະໜູນການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19

(VOVWORLD) - ໄລ່ຮອດຈຸດເວລາປຸກລະດົມ, ມີກ່ວາ 30 ຫົວໜ່ວຍ, ຜູ້ໃຈບຸນໃຈກຸສົນໄດ້ຈົດທະບຽນບໍລິຈາກດ້ວຍຈຳນວນເງິນກ່ວາ 230 ຕື້ດົ່ງ.
ປຸກລະດົມທົ່ວປວງຊົນສະໜັບສະໜູນການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)

ເຂົ້າຮ່ວມພິທີປຸກລະດົມທົ່ວປວງຊົນສະໜັບສະໜູນການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໃນຕອນເຊົ້າວັນທີ 17 ມີນາ ຢູ່ ຮ່າໂນ້ຍ, ໂດຍຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈັດຕັ້ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ: ພັກ ແລະ ລັດຍາມໃດກໍ່ຖືບັນຫາສຸຂະພາບຂອງປະຊາຊົນແມ່ນສຳຄັນທີ່ສຸດ, ແມ່ນບຸລິມະສິດແຖວໜ້າໃນການປະຕິບັດເປົ້າໝາຍນຳພາ, ຄຸ້ມຄອງເສດຖະກິດ - ສັງຄົມຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງການເຂົ້າຮ່ວມຢ່າງແຮງກ່ວາອີກຂອງທົ່ວລະບົບການເມືອງ, ທຸກຂັ້ນ, ທຸກຂະແໜງການ, ທຸກຊັ້ນວັນນະໃນສັງຄົມ, ພິເສດແມ່ນຄວາມຕື່ນຕົວ, ສະຕິການປະຕິບັດຂອງປະຊາຊົນແຕ່ລະຄົນສຳລັບບັນດາຂໍ້ກຳນົດ, ຂໍ້ສະເໜີແນະຂອງບັນດາອົງການສາທາລະນະສຸກ, ອຳນາດການປົກຄອງທຸກຂັ້ນ. ທ່ານນາຍົກລັດຖະມົນຕີກ່າວວ່າ:

        “ຂ້າພະເຈົ້າຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນທຸກຊັ້ນວັນນະ ແລະ ນັກຮົບໃນທົ່ວປະເທດ ຈົ່ງເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ປະຕິບັດບັນດາມາດຕະການຢ່າງເຂັ້ມງວດກ່ວາ ເພື່ອສະກັດກັ້ນໂລກລະບາດ. ເພື່ອເຮັດໄດ້ສິ່ງນັ້ນ ຄວນມີການເຂົ້າຮ່ວມຢ່າງແຮງກ່ວາອີກ ຂອງທົ່ວລະບົບການເມືອງ, ທຸກຂັ້ນ, ທຸກຂະແໜງການ, ທຸກຊັ້ນຄົນໃນສັງຄົມ, ພິເສດແມ່ນຄວາມຕື່ນຕົວ, ສະຕິການປະຕິບັດຕາມການກຳນົດ, ຄຳກ່າວເຕືອນຂອງກະຊວງສາທາລະນະສຸກ, ອຳນາດການປົກຄອງທຸກຂັ້ນ .”

ໄລ່ຮອດຈຸດເວລາປຸກລະດົມ, ມີກ່ວາ 30 ຫົວໜ່ວຍ, ຜູ້ໃຈບຸນໃຈກຸສົນໄດ້ຈົດທະບຽນບໍລິຈາກດ້ວຍຈຳນວນເງິນກ່ວາ 230 ຕື້ດົ່ງ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ