ປຸກລະດົມບັ້ນຂົນຂວາຍມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກ

(VOVWORLD) - ພິທີປຸກລະດົມບັ້ນຂົນຂວາຍມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກໄດ້ດຳເນີນໃນຕອນເຊົ້າວັນທີ 10 ມີນາ, ທີ່ຮ່າໂນ້ຍ ດ້ວຍຫົວຂໍ້ວ່າ “ປະຢັດພະລັງງານ - ຮັກສາໜ່ວຍພິພົບ”.

ນີ້ແມ່ນປີທີ 11 ຫວຽດນາມ ຕອບສະໜອງເຫດການດັ່ງກ່າວ ເພື່ອແນໃສ່ຍົກສູງຄວາມຮັບຮູ້ຂອງປະຊາຄົມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການປະຢັດພະລັງງານໃນໂລກ. ບັ້ນຂົນຂວາຍມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກ ໄດ້ຮັບການຜັນຂະຫຍາຍຢູ່  64 ແຂວງ ແລະ ນະຄອນໃນທົ່ວປະເທດ.

        ບັ້ນຂົນຂວາຍດັ່ງກ່າວ ຍັງມີການເຂົ້າຮ່ວມຂອງນາງງານ H’Hen Nie, ທ່ານ Ousmane Dione ຜູ້ອຳນວຍການໃຫຍ່ທະນາຄານໂລກປະຈຳ ຫວຽດນາມ ແລະ ຜູ້ຕາງໜ້າບາງວິສາຫະກິດທີ່ມີການເຄື່ອນໄຫວຜະລິດອຸດສາຫະກຳໃຫຍ່.

ຕອບກັບ

ຂ່າວ/ບົດ​ອື່ນ