ປຸກລະດົມບັ້ນເຄື່ອນໄຫວຈົ່ງເຮັດອະນາໄມທະເລໃຫ້ສະອາດປີ 2018

(VOVWORLD) - ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ, ສູນອາສາສະໝັກແຫ່ງຊາດພ້ອມກັບບັນດາຫົວໜ່ວຍກ່ຽວຂ້ອງ ຈັດຕັ້ງການປະຊຸມຂ່າວປຸກລະດົມບັ້ນເຄື່ອນໄຫວ “ຈົ່ງເຮັດອະນາໄມທະເລໃຫ້ສະອາດ” ປີ 2018.

ຕອນເຊົ້າວັນທີ 12 ກໍລະກົດ, ຢູ່ຮ່າໂນ້ຍ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ, ສູນອາສາສະໝັກແຫ່ງຊາດພ້ອມກັບບັນດາຫົວໜ່ວຍກ່ຽວຂ້ອງ ຈັດຕັ້ງການປະຊຸມຂ່າວປຸກລະດົມບັ້ນເຄື່ອນໄຫວ “ຈົ່ງເຮັດອະນາໄມທະເລໃຫ້ສະອາດ” ປີ 2018.

        ບັ້ນເຄື່ອນໄຫວ “ຈົ່ງເຮັດອະນາໄມທະເລໃຫ້ສະອາດ” ໂດຍ ສູນອາສາສະໝັກແຫ່ງຊາດ, ສູນການຂ່າວ VTV24 ໄດ້ລິເລີ່ມ ແລະ ຈັດຕັ້ງມາແຕ່ປີ 2016 ຢູ່ 28 ແຂວງ, ນະຄອນ ມີຝັ່ງທະເລ, ໄດ້ດຶງດູດການເຂົ້າຮ່ວມຂອງປະຊາຊົນທຸກຊັ້ນວັນນະເປັນຈຳນວນຫຼວງຫຼາຍ. ປີ 2018, ບັ້ນເຄື່ອນໄຫວ “ຈົ່ງເຮັດອະນາໄມທະເລໃຫ້ສະອາດ” ໄດ້ຮັບການຜັນຂະຫຍາຍແຕ່ວັນທີ 12 ກໍລະກົດ ແລະ 31 ສິງຫາ. ວັນບຸນ “ຈົ່ງເຮັດອະນາໄມທະເລໃຫ້ສະອາດ” ຂັ້ນສູນກາງ ຈະໄດ້ຮັບການຈັດຕັ້ງຢູ່ເມືອງເກາະ ຝູກວັກ, ແຂວງ ກຽນຢາງ ໃນວັນທີ 20 ກໍລະກົດ ດ້ວຍການເຄື່ອນໄຫວອຸດົມສົມບູນ, ແທດຈິງ. 27 ແຂວງ, ນະຄອນອື່ນ ມີເຂດຝັ່ງທະເລ ກໍ່ພ້ອມກັນຈັດຕັ້ງບັນດາການເຄື່ອນໄຫວເກັບຂີ້ເຫຍື້ອເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ