ປຸກລະດົມລາຍການ“ຄຸນນະພາບຄຳໃຫ້ສິນໃນນ້ຳຫວຽດນາມ“

ປຸກລະດົມລາຍການ“ຄຸນນະພາບຄຳໃຫ້ສິນໃນນ້ຳຫວຽດນາມ“ - ảnh 1
(ປຸກລະດົມລາຍການ“ຄຸນນະພາບຄຳໃຫ້ສິນໃນນ້ຳຫວຽດນາມ")

(vovworld) - ຕອນ​ເຊົ້າ​ວັນ​ທີ 31/3, ສະມາຄົມ​ອາຊີບ​ຫາ​ປາ ຫວຽດນາມ ສົມທົບ​ກັບ​ວາລະສານ​ສິນ​ໃນ​ນ້ຳ ຫວຽດນາມ ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ພິທີ​ປຸກລະດົມ​ລາຍການ​ເລືອກ​ເຟັ້ນ ​ແລະ ມອບ​ນາມມະຍົດ “ຄຸນ​ນະພາ​ບຄຳ​ໃຫ້​ສິນ​ໃນ​ນ້ຳ ຫວຽດນາມ“. ນາມ​ມະ​ຍົດ​ນີ້​ຖືກ​ຈັດ​ຕັ້ງ 5 ປີ/2 ​ເທື່ອ, ​ເຊິ່ງ​ເລີ່​ມຕົ້ນ​ແຕ່​ປີ 2009. ​ແຕ່ລະ​ເທື່ອ​ຈະ​ເລືອກ​ເຟັ້ນ 100 ຫົວໜ່ວຍ, ສ່ວນ​ບຸກຄົນ​ທີ່​ດີ​ເດັ່ນ​ໄດ້​ຮັບ​ການ​ເຊີດ​ຊູ. ພາຍຫຼັງ​ຈັດ​ຕັ້ງ 3 ​ເທື່ອ, ນາມມະຍົດ​ໜຶ່ງ​ດຽວ​ຂອງ​ຂະ​ແໜງ​ສິນ​ໃນ​ນ້ຳ​ໄດ້​ເປັນ​ການ​ພິສູດ​ໃຫ້​ເຫັນ​ກຳລັງ​ແຜ່​ຂະຫຍາຍ​ຢ່າງ​ແຮງ, ດຶງ​ດູດ​ນັບ​ພັນວິ​ສາ​ຫະກິດ​, ຫົວໜ່ວຍ ​ແລະ ສ່ວນ​ບຸກຄົນ​ເຂົ້າ​ຮ່ວມ. ນາມມະ​ຍົດ “ຄຸນ​ນະພາ​ບຄຳ​​ໃຫ້ສິນ​ໃນ​ນ້ຳຫວຽດນາມ“ ຖືກ​ຕີ​ລາຄາ ​ໂດຍ​ອີງ​ໃສ່ 4 ມາດຖານ​, ເຊັ່ນ: ປະສິດທິ​ຜົນ​ດ້ານ​ເສດຖະກິດ; ປະສິດທິ​ຜົນ​ທາງ​ສັງຄົມ; ການ​ໝູນ​ໃຊ້​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ​ເຂົ້າ​ໃນ​ການ​ຜະລິດ; ການ​ຮັກສາ​ແຫຼ່ງຜົນປະ​ໂຫຍ​ດ ​ແລະ ສິ່ງ​ແວດ​ລ້ອມ​ຊີວະ​ພາບ. ນາມມະ​ຍົດ “ຄຸນ​ນະພາ​ບຄຳ​​ໃຫ້ສິນ​ໃນ​ນ້ຳຫວຽດນາມ“ ບໍ່​ພຽງ​ແຕ່​ສົ່ງ​ເສີມ, ປຸກລະດົມ​ບັນດາ​ໝູ່​ຄະນະ, ສ່ວນ​ບຸກຄົນ, ວິ​ສາ​ຫະກິດ​ທີ່​ເຄື່ອນ​ໄຫວ​ໃນ​ຂະ​ແໜງ​ສິນ​ໃນ​ນ້ຳ​ຕັ້ງໜ້າ​ຜະລິດ, ຍົກ​ສູງ​ມູນ​ຄ່າ​ຜະລິດ​ຕະພັນ, ສ້າງ ​ແລະ ພັດທະນາ​ເຄື່ອງໝາຍ​ການ​ຄ້າ​ເທົ່າ​ນັ້ນ, ຫາກ​ຍັງ​ສົ່ງ​ເສີມ​ບັນດາ​ນັກວິທະຍາສາດ​ຄົ້ນ​ຄ້ວາ, ໝູນ​ໃຊ້​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ​ເຂົ້າ​ໃນ​ການ​ຜະລິດ ນຳ​ມາ​ເຊິ່ງປະສິດທິ​ຜົນ​ດ້ານ​ເສດຖະກິດ​, ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ່ງ​ໃນ​ໄລຍະ​ເຊື່ອມ​ໂຍງ​ເສດຖະກິດ​ກັບ​ສາກົນອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ