ປຸກລະດົມວັນໂພສະນາການປີ2015


ປຸກລະດົມວັນໂພສະນາການປີ2015 - ảnh 1
(ປຸກລະດົມ​ວັນ​ໂພ​ສະນາ​ການ​ປີ2015)

(vovworld) -​ ວັນ​​ໂພ​ສະນາ​ການ​ປີນີ້ດ້ວຍ​ສານ​ທີ່​ວ່າ: “ໂພ​ສະນາ​ການທີ່​ຈຳ​ເປັນ​ໃຫ້​ແກ່​ການ​ເຕີບ​ໃຫຍ່ ​ແລະ ພັດທະນາ​ຂອງ​ເດັກ“ ​ໂດຍ​ກະຊວງ​ສາທາລະນະ​ສຸກ​ປຸກລະດົມ​ໃນ​ຕອນ​ເຊົ້າ​ວັນ​ທີ 25/5 ຢູ່​ຮ່າ​ໂນ້ຍ. ໂພ​ສະນາ​ການມີ​ບົດບາດ​ສຳຄັນ​ຕໍ່​ສຸຂະພາບ​ຂອງ​ມະນຸດ, ພິ​ເສດ​ແມ່ນ​ສຳລັບ​ການ​ພັດທະນາ​ດ້ານ​ເນື້ອ​ກາຍ ​ແລະ ມັນສະໝອງຂອງ​ເດັກ. ທ່ານ ​ເຈືອງ​ດິ່ງ​ບັກ, ຮອງ​ຫົວໜ້າ​ກົມ​ການ​ແພດ​ສຳຮອງ (ກະຊວງ​ສາທາລະນະ​ສຸກ), ​ໃຫ້​ຮູ້​ວ່າ:

        “​ເພື່ອ​ຜັນ​ຂະຫຍາຍ​ວັນ​ໂພ​ສະນາ​ການ​ປີ 2015 ຢ່າງ​ມີ​ປະສິດທິ​ຜົນ, ຂ້າພະ​ເຈົ້າ​ສະ​ເໜີ​​ໃຫ້​ຈັດ​ຕັ້ງ​ການ​ແນະນຳ ​ແລະ ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ເພີ່ມ​ວິຕາ​ມີນ A ​ໃຫ້​ເດັກ​​ໃນ​ເກນ​ອາຍຸ​ຢ່າງ​ມີ​ປະສິດ​ທິຜົນ. ຍູ້​ແຮງ​ການ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ສະພາບຂາດ​ໂພ​ສະນາ​ການ, ຍົກ​ສູງ​ຄວາມ​ຮູ້​ໃຫ້​ປະຊາຊົນ​ ກ່ຽວ​ກັບ​ຄາບ​ເຂົ້າ​ທີ່​ຮັບປະກັນ​ດ້ານ​ໂພ​ສະນາ​ການ ​ແລະ ອະນາ​ໄມ, ຄວບ​ຄຸມ​ສະພາບ​ອ້ວນ​ພີ, ຮັດ​ແຄບ​ຊ່ອງ​ຫວ່າງ​ຂາດ​ໂພະນາ​ການ​ສຳລັບ​ເດັກນ້ອຍ​ຢູ່​ເຂດ​ພາກ​ຕ່າງໆ“.

        ຢູ່​ຫວຽດນາມ, ​ແຕ່ລະ​ປີ​ມີ​ເດັກນ້ອຍ 5 ລ້ານ​ກວ່າ​ຄົນ ​ໄດ້​ຮັບ​ການ​ເພີ່ມ ວິຕາ​ມີນ A (2​ເທື່ອ/ປີ) ​ແລະ ການ​ໂຄສະນາ​ກ່ຽວ​ກັບ​ການປ້ອງ​ກັນ ​ແລະ ຕ້ານ​ສະພາບຂາດ​ເລືອດ​ຍ້ອນ​ຂາດທາດ​ເຫຼັກ, ​ແລະ ທາດ​ໄອ​ໂອ​ດິນ ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ