ປຸກລະດົມເດືອນຈຸດຍອດກວດແລະປິ່ນປົວພະຍາດໂດຍມະນຸດສະທຳປີ2015ຢູ່ຮ່າຕິງ

 ປຸກລະດົມເດືອນຈຸດຍອດກວດແລະປິ່ນປົວພະຍາດໂດຍມະນຸດສະທຳປີ2015ຢູ່ຮ່າຕິງ - ảnh 1
​ກວດ ​ແລະ ປິ່ນປົວ​ພະຍາດ​​ໂດຍມະນຸດສະທຳປີ 2015
(ພາບອິນເຕີແນັດ)

(vovworld) – ​ ວັນ​ທີ 11/10, ຢູ່​ສຳນັກງານຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ​ເວື​ອງລົ້ກ, ​ເມືອງການ​ລົ້ກ ​ແຂວງຮ່າ​ຕິງ, ​ໄດ້ດຳ​ເນີນ​ພິທີ​ໄຂ ​ແລະ ປຸກລະດົມ​ເດືອນ​ຈຸດ​ສູງ​ກວດ ​ແລະ ປິ່ນປົວ​ພະຍາດ​​ໂດຍມະນຸດສະທຳປີ 2015. ດ້ວຍ​ຫົວ​ຂໍ້ “ຮ່ວມ​ແຮງ​ຮ່ວມ​ໃຈ​ກະທຳ ​ເພື່ອ​ສຸຂະພາບ​ປະຊາ​ຄົມ”, ​ໂຄງການ​ປຸກລະດົມການ​ເຂົ້າ​ຮ່ວມ​ຂອງ​ທົ່ວ​ສັງຄົມ​ສຳລັບ​ການ​ເຄື່ອນ​ໄຫວ​ກວດ ​ແລະ ປິ່ນ​ປົວພະຍາດ​​ໂດຍມະນຸດສະທຳ; ປະກອບສ່ວນ​​ເບິ່ງ​ແຍງ​ສຸຂະພາບ​ເບື້ອງ​ຕົ້ນ​ໃຫ້​ບັນດາ​ຄົນ​ທຸກ​ຍາກ, ຄອບຄົວ​ເປົ້າ​ໝາຍ​ນະ​ໂຍບາຍ. ຜ່ານ​ນັ້ນ ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ກວດ ​ແລະ ປິ່ນປົວ​ພະ​ຍາດ​​ໂດຍມະນຸດສະທຳ ​ແລະ ສ້າງ​ຂະ​ບວນການ​​ເຄື່ອນ​ໄຫວເປັນ​ປະຈຳ​ຢູ່​ປະ​ຊາ​ຄົມ. ​ໂຄງການ​ສຸມ​ໃສ່​ບັນດາ​ການ​ເຄື່ອນ​ໄຫວ​ເຊັ່ນ: ​ເປັນ​ບັ້ນ​ເຄື່ອນ​ໄຫວ​ກວດ ​ແລະ ​ປິ່ນປົວ​ພະຍາດ​​ໂດຍມະນຸດສະທຳ, ສະໜອງ​ຢາ​ບໍ່​ເສຍ​ຄ່າ, ​ໃຫ້​ຄຳ​ປຶກສາ​ດ້ານສຸຂະພາບ, ​ແນະນຳ​ຄວາມ​ຮູ້ ​ແລະ ທັກ​ສະ​ປ້ອງກັນ​ພະຍາດ…


ຂ່າວ/ບົດ​ອື່ນ