ປຸກລະດົມເດືອນດຳເນີນງານແຫ່ງຊາດເພື່ອເດັກນ້ອຍປີ2016

ປຸກລະດົມເດືອນດຳເນີນງານແຫ່ງຊາດເພື່ອເດັກນ້ອຍປີ2016 - ảnh 1
ປຸກລະດົມເດືອນດຳເນີນງານແຫ່ງຊາດເພື່ອເດັກນ້ອຍປີ2016
(ພາບ: baoquangninh)

(vovworld) - ດ້ວຍ​ຫົວ​ຂໍ້​ວ່າ: “ໍ​ເພື່ອ​ຊີວິດ​ປອດ​ໄພ​, ປ້ອງ​ກັນ, ຕ້ານອຸບັດ​ຕິ​ເຫັດ​ໃຫ້​ເດັກນ້ອຍ”, ພິທີ​ປຸກລະດົມ​ເດືອນ​ດຳ​ເນີນ​ງານ​ເພື່ອ​ເດັກນ້ອຍ​ປີ 2016 ຖື​ກດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 28/05, ຢູ່​ນະຄອນ ຮ້າ​ລອງ ​ແຂວງ​ກວາງ​ນີງ. ພິທີ​ປຸກລະດົມສົ່ງສານ​ທີ່​ວ່າ: ປ້ອງ​ກັນ, ຕ້ານ​ອຸບັດ​ຕິ​ເຫັດ​ໃຫ້​ເດັກນ້ອຍ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງທຸກ​ຄົນ; ຜ່ານ​ນັ້ນ ປຸກລະດົມປະຊາ​ຄົມ​ເອົາ​ໃຈ​ໃສ່, ​ເບິ່ງ​ແຍງ​ດູ​ແລ, ປົກ​ປ້ອງ​ເດັກນ້ອຍ. ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງອກທິງ ​ເນັ້ນ​ໜັກ​ວ່າ:

        “ສະ​ເໜີ​ບັນດາ​ກະຊວງ, ຂະ​ແໜງ​ການ​ທ້ອງ​ຖິ່ນ​ກໍ່ສ້າງ, ປັບປຸງບັນດາ​ໜ້າ​ທີ່, ມາດ​ຕະການ​ຢ່າງ​ຮີບ​ດ່ວນ ຕາມ​ໂຄ​ງານ​ປ້ອງ​ກັນ​ຕ້ານ​ອຸບັດ​ຕິ​ເຫັດ​ໃຫ້​ເດັກນ້ອຍ​ໄລ​ຍະ 2016 2020. ກວດກາ​, ລົບ​ລ້າງ, ປ້ອງ​ກັນ​ຕ້ານ​​ໄພ​ຈະເກີດອຸບັດ​ຕິ​ເຫັດ​ໃຫ້​ເດັກນ້ອຍ​​ຢູ່​ໃນຄອບຄົວ, ​ໂຮງຮຽນ ​ແລະ ​ໃນ​ປະ​ຊາ​ຄົມ. ຄຽງ​ຂ້າງ​ນັ້ນ ສືບ​ຕໍ່​ໂຄສະນາ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ຄອບຄົວ, ​ໂຮງຮຽນ ​ແລະ ສັງຄົມ​ໃນ​ການ​ເອົາ​ໃຈ​ໃສ່, ​ເບິ່ງ​ແຍງ​ດູ​ແລ ​ແລະ ຕິດ​ຕາມ​ກວດກາພວກ​ນ້ອງ​ຢ່າງ​​ແໜ້ນ​ແຟ້ນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ພວກ​ນ້ອງທຸກ​ຄົນ ​ໄດ້ມີ​ຊີ​ວິດ, ຮ່ຳຮຽນລະ​ຫຼິ້ນສະພາບ​ປອດ​ໄພ​

ຂ່າວ/ບົດ​ອື່ນ