ປຶກສາຫາລືກົດໝາຍວ່າດ້ວຍປະກັນສຸຂະພາບ(ສະບັບປັບປຸງ):ເພີ່ມອັດຕາຜູ້ຊື້ບັດປະກັນສຸຂະພາບຂຶ້ນ

ປຶກສາຫາລືກົດໝາຍວ່າດ້ວຍປະກັນສຸຂະພາບ(ສະບັບປັບປຸງ):ເພີ່ມອັດຕາຜູ້ຊື້ບັດປະກັນສຸຂະພາບຂຶ້ນ - ảnh 1
ພາບປະກອບ

(vovworld) –  ​​ໃນ​ວາລະ​ປຶກສາ​ຫາລື​ຕອນ​ເຊົ້າ​ວັນ​ທີ 22/5, ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7, ສະພ​າ​ແຫ່ງ​ຊາດ​ຊຸດ​ທີ 13, ບັນດາ ສສຊ ຖື​ວ່າ: ຮ່າງ​ກົດໝາຍ​ໄດ້​ເພີ່ມ​ເຕີມ​ຫຼາຍ​ກຸ່ມ​ເປົ້າ​ໝາຍ​ທີ່​ໄດ້​ຊົມ​ໃຊ້ 100% ຄ່າ​ກວດ, ປິນປົວ​ພະຍາດ, ​ໃນ​ນັ້ນ​ມີ​ເດັກ​ອາຍຸ​ຕຳ​ກ່ວາ 6 ປີ. ນີ້​ກໍ່​ແມ່ນ​ຂໍ້​ກຳນົດທີ່​ເໝາະ​ສົມ ​ແລະ ສະ​ແດງ​​ໃຫ້​ເຫັນລັກສະນະ​ດີ​ເລີດ​ຂອງ​ນະ​ໂຍບາຍ​ສຳລັບ​ເດັກ​ອາຍຸ​ຕຳ​ກ່ວາ 6 ປີ ຕາມ​ຂໍ້ກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍການ​ປົກ​ປັກ​ຮັກສາ, ​ເບິ່ງ​ແຍງ​ດູ​ແລ ​ແລະ ສຶກສາ​ເດັກ. ນອກ​ນັ້ນ, ຕາມ​ບັນດາ​ ສສຊ ​ແລ້ວ, ​ຮ່າງ​ກົດໝາຍ​ຕ້ອງ​​ເພີ່ມ​ເຕີມ​ບາງ​ກຸ່ມ​ເປົ້າ​ໝາຍທີ່​ໄດ້​ຊົມ​ໃຊ້​ປະກັນ​ສຸຂະພາບ​ຈາກ​ລັດ. ທ່ານນາງ ​ໂງ​ທິມິ​ງ, ສສຊ ​ແຂວງ ກວາງ​ນິງ, ສະ​ເໜີ​ວ່າ:

    “ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ເພີ່ມ​ເຕີມ 3 ກຸ່ມ​ເປົ້າ​ໝາຍ​ດັ່ງ​ຕໍ່​ໄປ​ນີ້: ທີ່​ໜຶ່ງ​ແມ່ນ: ກຸ່​ມ​ເປົ້າໝາຍ​ພວມດຳລົງ​ຊີວິດຢູ່​ບັນດາ​ຕະ​ແສງ​ໝູ່​ເກາະທີ່​ບໍ່​ຂຶ້ນ​ກັບ​ກຸ່ມເປົ້າ​ໝາຍ​ທີ່​ໄດ້​ກຳນົດ. ທີ່ 2 ​ແມ່ນ​ເປົ້າໝາຍ​ມີ​ອາຍຸ​ແຕ່ 75 – 79 ປີ​ທີ່ບໍ່​ມີ​ການ​ອຸດໜູນ​ຈາກ​ສັງຄົມ. ທີ 3 ​ແມ່ນ​ກຸ່ມ​ເປົ້າ​ໝາຍ​ແມ່ນ​ຜູ້​ປະສົບ​ເຄາະ​ຮ້າຍຈາດ​ທາດ​ຜິດ​ສີ​ສົ້ມ/ດີ​ໂອ​ຊິນ​.”

    ປະຈຸ​ບັນ, ຫວຽດນາມ ພວມ​ສູ້​ຊົນ​ເພື່ອ​ບັນລຸ​ໃຫ້​ໄດ້​ຄາດໝາຍ​ເຖິງ​ປີ 2020 ຈະ​ມີ​ກ່ວາ 80% ຈຳນວນ​ພົນລະ​ເມືອງ​ນຳ​ໃຊ້​ບັດ​ປະກັນ​ສຸຂະພາບ.

 

ຂ່າວ/ບົດ​ອື່ນ