ປຶກສາຫາລືມາດຕະການຊຸກຍູ້ການພັດທະນາກະສິກຳນຳໃຊ້ເຕັກໂນໂລຊີສູງ

(VOVWORLD) - ວັນທີ 14 ສິງຫາ, ທີ່ນະຄອນ ດ່າລາດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຈັດຕັ້ງກອງປະຊຸມພັດທະນາກະສິກຳທີ່ນຳໃຊ້ເຕັກໂນໂລຊີສູງຢູ່ແຂວງ ເລີມດົ່ງ; 
ປຶກສາຫາລືມາດຕະການຊຸກຍູ້ການພັດທະນາກະສິກຳນຳໃຊ້ເຕັກໂນໂລຊີສູງ - ảnh 1 (ພາບປະກອບ / TTXVN)

ບົດຮຽນ ແລະ ມາດຕະການແກ້ໄຂການພັດທະນາກະສິກຳທີ່ນຳໃຊ້ເຕັກໂນໂລຊີສູງໃນທົ່ວປະເທດ. ກອງປະຊຸມຮັບຮູ້ວ່າ ແຂວງ ເລີມດົ່ງ ໄດ້ຕີລາຄາຖືກຕາມຄວາມສາມາດບົ່ມຊ້ອນ, ທ່າແຮງ ກໍ່ຄືບັນດາສິ່ງຄ້າງຄາ ແລະ ຜັນຂະຫຍາຍການພັດທະນາກະສິກຳໝູນໃຊ້ເຕັກໂນໂລຊີສູງຢ່າງລະມັດລະວັງ ແລະ ໝັ້ນຄົງເທື່ອລະກ້າວ. ຈາກບັນດາຜົນສຳເລັດ ແລະ ບົດຮຽນທີ່ລົງທຶນເຂົ້າຂົງເຂດກະສິກຳນຳໃຊ້ເຕັກໂນໂລຊີສູງຢູ່ ເລີມດົ່ງ, ການນຳກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສະເໜີໃຫ້ບັນດາແຂວງຄົ້ນຄວ້າ, ນຳໃຊ້ຢູ່ທ້ອງຖິ່ນຂອງຕົນ ເພື່ອຮັບປະກັນການລົງທຶນຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ