ປຶກສາຫາລືຮ່າງກົດໝາຍວ່າດ້ວຍປ້ອງກັນ, ຕ້ານຜົນຮ້າຍຈາກຢາສູບ

ປຶກສາຫາລືຮ່າງກົດໝາຍວ່າດ້ວຍປ້ອງກັນ, ຕ້ານຜົນຮ້າຍຈາກຢາສູບ - ảnh 1
ດູດຢາພາໃຫ້ເກີດຫຼາຍພະຍາດ (ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 21/3, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ປະກອບ​ຄວາມ​ເຫັນ​ກ່ຽວ​ກັບ​ບາງ​ບັນຫາ​ສຳຄັນ, ​ໃນ​ນັ້ນ​ມີ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ປ້ອງ​ກັນ, ຕ້ານ​ຜົນ​ຮ້າຍ​ຈາກ​ຢາສູບ. ບັນດາ ສສຊ ຢືນຢັນ​ວ່າ: ​ເລື່ອງ​ປະກາດ​ໃຊ້ກົດໝາຍ​ວ່າ​ດ້ວຍ​ປ້ອງ​ກັນ, ຕ້ານ​ຜົນ​ຮ້າຍ​ຈາກ​ຢາສູບ ​ແມ່ນ​ມາດ​ຕະການ​ອັນ​ຈຳ​ເປັນ, ​ເພື່ອ​ເພີ່ມ​ລາຍ​ຮັບ​ງົບປະມານ, ທັງ​ຮັກສາ​ສຸຂະພາບ​ຂອງ​ປະຊາຊົນ ​ແລະ​ ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ຜະລິດ ​ແລະ​ປູກ​ຢາສູບ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດກໍ່​ເຫັນ​ດີ​ຕໍ່ວິວັດ​ການ​ສ້າງ​ຕັ້ງ​ກອງ​ທຶນປ້ອງ​ກັນ, ຕ້ານ​ຜົນ​ຮ້າຍ​ຈາກ​ຢາສູບ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ ຟຸ່ງກວົກຫຽນ, ຫົວໜ້າ​ກຳມາ​ທິການ​ການ​ເງິນ, ງົບປະມານ​ຂອງ​ສະພາ​ແຫ່ງ​ຊາດ ພັດ​ຖື​ວ່າ, ຄວນ​ເກັບ​ພາສີອາກອນ ​ແລະ ​ຈັດ​ຕັ​້ງການ​ຄຸ້ມ​ຄອງ​ກອງ​ທຶນ​ຕາມ​ແບບ​ພາສີ​ລາຍ​ຮັບ​ພິ​ເສດ.

        ”ຖ້າ​ຫາກ​ເກັບ​ພາສີອາກອນຕາມ​ແບບ​ພາສີ​ລາຍ​ຮັບ​ພິ​ເສດ, ພວກ​ເຮົາ​ຈະ​ຍົກພາສີ​ລາຍ​ຮັບ​ພິ​ເສດຂຶ້ນ ​ແລະ​ ສະຫງວນ​ສ່ວນ​ໜຶ່ງ​ໃຫ້​ກອງ​ທຶນ, ຂ້າພະ​ເຈົ້າ​ຖື​ວ່າ ມາດ​ຕະການ​ນັ້ນ​ຈະ​ປະຢັດ​ກວ່າ​ໃນ​ວຽກ​ງານ​ເກັບ​ພາສີ​ອາກອນ, ​ແລະ​ ພວກ​ເຮົາ​ພຽງ​ແຕ່​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ລາຍ​ຈ່າຍ​ເທົ່າ​ນັ້ນ. ຖ້າ​ພວກ​ເຮົາ​ປະຕິບັດ​ການ​ເກັບ​ພາສີ​ອາກອນຕາມ​ອັດຕາ​ໃດ​ໜຶ່ງ​ຢ່າງ​ແນ່ນອນ, ມັນຈະ​ບໍ່​ແມ່ນ​ເລື່ອງ​ງ່າຍດາຍ, ​ເພາະວ່າ​ຕ້ອງ​ພິສູດ​​ໃຫ້​ເຫັນວ່າ​ອັດຕາ​ເກັບ​ພາສີ​ອາກອນນີ້​ແມ່ນ​ຂຶ້ນ​ກັບ​ລະບອບ​ເກັບ​ພາສີ​ອາກອນ​ໃດ”

        ຮ່າງ​ກົດໝາຍ​ວ່າ​ດ້ວຍ​ປ້ອງ​ກັນ, ຕ້ານ​ຜົນ​ຮ້າຍ​ຈາກ​ຢາສູບ ຈະ​ຍື່ນ​ສະ​ເໜີ​ຕໍ່ສະພາ​ແຫ່ງ​ຊາດ​ພິຈາລະນາ ​ແລະ ຮັບຮອງ​ເອົາ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13.

ຂ່າວ/ບົດ​ອື່ນ