ປ​ຊ​ຊ ທົ່ວ​ປະ​ເທດຫວຽດ​ນາມ ​ຕ້ອນ​ຮັບ​ປີ​ໃໝ່​ດ້ວຍ​ຄວາມ​ປາດ​ຖະ​ໜາຫຼາຍ​ຢ່າງ

(VOVWORLD) - ຢູ່ນະຄອນໂຮ່ຈິມິນ, ໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່, ຫຼາຍຄົນໄດ້ຢູ່ເຮືອນພ້ອມກັບຄອບຄົວ ແລະ ສະແດງຄວາມປາດຖະໜາ ຢາກໃຫ້ໂລກລະບາດໂຄວິດ 19 ໄດ້ສິ້ນສຸດລົງໂດຍໄວ ເພື່ອໃຫ້ທຸກຄົນກັບຄືນສູ່ວຽກງານ, ການຮ່ຳຮຽນ ແລະ ທຳມາຫາກິນ.
ປ​ຊ​ຊ ທົ່ວ​ປະ​ເທດຫວຽດ​ນາມ ​ຕ້ອນ​ຮັບ​ປີ​ໃໝ່​ດ້ວຍ​ຄວາມ​ປາດ​ຖະ​ໜາຫຼາຍ​ຢ່າງ - ảnh 1

ນະຄອນຮ່າໂນ້ຍໃນໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ ປີຂານ 2022 (ພາບ: VOV)

     ໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ ປີຂານ 2022, ປຊຊ ທົ່ວປະເທດຕ້ອນຮັບປີໃໝ່ດ້ວຍຄວາມປາດຖະໜາຢາກໃຫ້ມີຄວາມສະຫງົບສຸກ, ດິນຟ້າອາກາດເອື້ອຍອຳນວຍ, ປະເທດຊາດພັດທະນາ.

   ຢູ່ນະຄອນໂຮ່ຈິມິນ, ໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່, ຫຼາຍຄົນໄດ້ຢູ່ເຮືອນພ້ອມກັບຄອບຄົວ ແລະ ສະແດງຄວາມປາດຖະໜາ ຢາກໃຫ້ໂລກລະບາດໂຄວິດ 19 ໄດ້ສິ້ນສຸດລົງໂດຍໄວ ເພື່ອໃຫ້ທຸກຄົນກັບຄືນສູ່ວຽກງານ, ການຮ່ຳຮຽນ ແລະ ທຳມາຫາກິນ.

   ຢູ່ຮ່າໂນ້ຍ, ໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່, ຍ້ອນຜົນສະທ້ອນຈາກໂລກລະບາດ, ຮ່າໂນ້ຍ ບໍ່ໄດ້ຍິງບັ້ງໄຟດອກ ແລະ ບໍ່ເສບຕົນຕີ ແຕ່ບັນຍາກາດຍັງມີຄວາມອົບອຸ່ນ ແລະ ຕັ້ງຄວາມຫວັງກ່ຽວກັບເສັ້ນທາງເປີດກ້ວາງໃນອະນາຄົດ. ໃຜໆກໍ່ປາດຖະໜາ ຢາກໃຫ້ທຸກຄົນທຸກຄອບຄົວມີຄວາມສະຫງົບສຸກ, ເສດຖະກິດໄດ້ຮັບການຟື້ນຟູ, ປະເທດຊາດພັດທະນາ.

  “ລະດູບານໃຫ່ມອົບອຸ່ນ-ບຸນເຕັດແຫ່ງຄວາມຮັກແພງ” ແມ່ນຫົວເລື່ອງຂອງບັນດາການເຄື່ອນໄຫວ ໂດຍນະຄອນ ໂຮ້ຍອານ ແຂວງ ກວາງນນາມ ຈັດຂຶ້ນໃນໂອກາດບຸນເຕັດປະຈຳຊາດ ປີຂານ 2022. ລາຍການພົບປະແລກປ່ຽນ ຕອບບຸນແທນຄຸນແນວໜ້າໃນການປ້ອງກັນ ຕ້ານໂລກລະບາດ ແມ່ນເຫດການທີ່ມີຄວາມໝາຍ ໂດຍນະຄອນໂຮ້ຍອານ ຈັດຂຶ້ນໃນໂອກາດນີ້ ເພື່ອພ້ອມກັນຫວນຄືນວຽກງານປ້ອງກັນ ຕ້ານໂລກລະບາດ  ແລະ ເຊີດຊູບັນດານັກວິລະຊົນກຳລັງການແພດແນວໜ້າ ທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ພ້ອມແລ້ວທີ່ຈະຮ່ວມເດີນທາງກັບນະຄອນ ໃນໄລຍະຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ