ປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VI ສະມາຄົມນັກຮົບເກົ່າ ຫວຽດນາມ

(VOVWORLD) - ຕອນເຊົ້າວັນທີ 15 ທັນວາ, ຢູ່ ຮ່າໂນ້ຍ, ພາຍຫຼັງເຮັດວຽກຢ່າງຮີບເຮັ່ງ ແລະ ຕັ້ງໜ້າມາເປັນເວລາ 3 ວັນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VI ສະມາຄົມນັກຮົບເກົ່າ ຫວຽດນາມ ໄດ້ອັດລົງ

ປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VI ສະມາຄົມນັກຮົບເກົ່າ ຫວຽດນາມ - ảnh 1ປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VI ສະມາຄົມນັກຮົບເກົ່າ ຫວຽດນາມ

(ພາບ: qdnd.vn)

ແລະ ສະເໜີຕົວຄະນະບໍລິຫານງານສູນກາງສະມາຄົມຊຸດທີ VI, ອາບຸການ 2017-2022.

        ຄະນະບໍລິຫານງານສູນກາງສະມາຄົມນັກຮົບເກົ່າ ຫວຽດນາມ ຊຸດທີ VI  ລວມມີສະມາຊິກ 98 ຄົນ; ຄະນະປະຈຳສູນກາງສະມາຄົມລວມມີ 22 ຄົນ. ທ່ານພົນໂທ ຫງວຽນວັນເດືອກ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ຮັບການເລືອກຕັ້ງເປັນປະທານສູນກາງສະມາຄົມນັກຮົບເກົ່າ ຫວຽດນາມ ອາຍຸການ 2017-2022.

        ກ່າວຄວາມເຫັນອັດກອງປະຊຸມໃຫຍ່, ທ່ານພົນເອກ ຫງວຽນວັນເດືອກ, ສູນກາງສະມາຄົມນັກຮົບເກົ່າ ຫວຽດນາມ, ຢືນຢັນວ່າ, ຜົນສຳເລັດຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VI ສະມາຄົມນັກຮົບເກົ່າ ຫວຽດນາມ ແມ່ນແຫຼ່ງປຸກລະດົມກຳລັງໃຈອັນໃຫຍ່ຫຼວງສຳລັບພະນັກງານ, ສະມາຊິກສະມາຄົມ, ນັກຮົບເກົ່າ, ພົນທະຫານເກົ່າທຸກຄົນໃນທົ່ວປະເທດ. ບັນດາເອກະສານກອງປະຊຸມໃຫຍ່ ແມ່ນກຳນົດທິດທີ່ສຳຄັນໃຫ້ແກ່ການເຄື່ອນໄຫວ ແລະ ການພັດທະນາຂອງສະມາຄົມໃນ 5 ປີ ຕໍ່ໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ